ລັດຖະບານ ອົດສະຕຣາລີ ສຶບຕໍ່ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ມູນຄ່າ 15,2 ລ້ານໂດລາອົດສະຕຣາລີ ໃຫ້ແກ່ ລັດຖະບານ ລາວ ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ 2021 ນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ.
ການຊ່ວຍເຫຼືອຄັ້ງນີ້ ຈະສະໜອງຢາວັກຊີນ ຈໍານວນ 1 ລ້ານ ໂດສ, ການຝຶກອົບຮົມໃຫ້ແກ່ແພດໝໍ ໃນວຽກງານການບໍລິຫານການສັກວັກຊີນທີ່ປອດໄພ ແລະ ການຊ່ວຍເຫຼືອດ້ານວິຊາການຈາກ ສະຖາບັນການຄຸ້ມຄອງດ້ານສຸຂະພາບທີ່ມີຊື່ສຽງຂອງ ອົດສະຕຣາລີ. ໂດຍສະເພາະ ການປະກອບສ່ວນໃນຄັ້ງນີ້ຈະຊ່ວຍໃຫ້ ລັດຖະບານລາວ ສາມາດເພີ່ມອັດຕາສ່ວນຂອງພົນລະເມືອງລາວ ທີ່ຈະໄດ້ຮັບການສັກວັກຊີນປ້ອງກັນຫຼາຍຂື້ນກວ່າເກົ່າ ພ້ອມທັງຈະໃຫ້ການສະໜັບສະໜູນຄວາມປອດໄພດ້ານສຸຂະພາບໃຫ້ແກ່ ສປປ ລາວ ໃນໄລຍະຍາວ.
ການຊ່ວຍເຫຼືອຢາວັກຊີນຂອງ ອົດສະຕຣາລີ ໃນຄັ້ງນີ້ ແມ່ນການຊ່ວຍເຫຼືອເພີ່ມຈາກເບື້ອງຕົ້ນ ຈໍານວນ 4,8 ລ້ານໂດລາອົດສະຕຣາລີ ເພື່ອນໍາໃຊ້ເຂົ້າໃນວຽກງານແກ້ໄຂຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ປັດຈຸບັນ. ນອກຈາກນີ້, ລັດຖະບານ ອົດສະຕຣາລີ ຍັງໄດ້ປະກອບສ່ວນທຶນຈຳນວນຫຼາຍເຂົ້າໃນ ໂຄງການ ໂຄແວັກສ (COVAX) ຊຶ່ງຈະຊ່ວຍເພີ່ມຈໍານວນການສັກຢາວັກຊີນໃຫ້ແກ່ປະຊາຊົນລາວໃຫ້ກວມກ່ວາ 20 ສ່ວນຮ້ອຍ ໂດຍບໍ່ເສຍຄ່າໃຊ້ຈ່າຍ.
ຂ່າວ: ວຽງຈັນທາຍ
ຮູບ: ເພັດໂພໄຊ


