Vientiane Times Lao
ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນສ່ວນຫຼາຍແມ່ນສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ

ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນສ່ວນຫຼາຍແມ່ນສໍາຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ ລະນະສຸກໃຫ້ຮູ້ວ່າ: ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຍັງໜ້າເປັນຫ່ວງເພາະຜູ້ຕິດເຊື້ອໃໝ່ຍັງແມ່ນຕິດເຊື້ອຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ຕິດເຊື້ອໃນຊຸມຊົນ ດັ່ງກໍລະນີຜູ້ຕິດເຊື້ອໃນນະຄອນຫຼວງວຽງຈັນຈຳນວນ 16 ຄົນ ເມື່ອວັນທີ 19 ພຶດສະພາ 2021 ທີ່ຜ່ານມານັ້ນ ກໍ່ຕິດເຊື້ອມາຈາກຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.  

ທ່ານ ນາງ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ຕໍ່ກັບສະພາບການດັ່ງກ່າວນັ້ນຈຶ່ງ ຮຽກຮ້ອງໃຫ້ປະຊາຊົນທີ່ສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ ເດີນທາງໄປໃນເຂດທີ່ມີຄວາມສ່ຽງໃຫ້ເອົາໃຈໃສ່ໄປກວດຫາເຊື້ອ ເພື່ອຢັບຢັ້ງພະຍາດດັ່ງກ່າວບໍ່ໃຫ້ຂະຫຍາຍເປັນວົງກວ້າງໃນຊຸມຊົນ ແລະ ຍາກທີ່ຈະຢັບຢັ້ງ, ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງລໍຖ້າຜົນກວດຢູ່ ກໍຕ້ອງສືບຕໍ່ປະຕິບັດມາດຕະການຢ່າງເຄັ່ງຄັດ ຮັກສາໄລຍະຫ່າງ ໃສ່ຜ້າອັດປາກ-ດັງ ຈົນກວ່າຈະຄົບ 14 ວັນ ແລະ ຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມຄຳສັ່ງຂອງທ່ານນາຍົກ ສະບັບເລກທີ 15/ນຍ.

 ຈາກກໍລະນີທີ່ມີຜູ້ເສຍຊີວິດ 2 ຄົນຈາກພະຍາດໂຄວິດ-19 ທີ່ຜ່ານມາຢູ່ ສປປ ລາວ ເປັນເພດຊາຍ ສັນຊາດລາວ ແລະ ເພດຍິງ ສັນຊາດຫວຽດນາມນັ້ນ ຍ້ອນວ່າພວກກ່ຽວມີອາການຄ້າຍຄືນິຍາມທີ່ຕິດເຊື້ອພະຍາດໂຄວິດ-19 ແຕ່ພວກກ່ຽວບໍ່ໄດ້ໄປກວດຫາເຊື້ອພະຍາດດັ່ງກ່າວ ເມື່ອອາການຮ້າຍແຮງພວກກ່ຽວຈຶ່ງເຂົ້າໄປປິ່ນປົວຢູ່ໂຮງໝໍໂດຍຍັງບໍ່ຮູ້ວ່າຕິດເຊື້ອພະຍາດໂຄວິດ-19 ແຕ່ເມື່ອຮູ້ວ່າຕິດເຊື້ອພະຍາດດັ່ງກ່າວ ກໍ່ຊ້າເກີນໄປແລ້ວຍ້ອນວ່າອາການຮ້າຍແຮງເກີນທີ່ຈະຮັກສາໄດ້ແລ້ວ.

Related Articles

Leave a Reply