ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແຈ້ງໃຫ້ຮູ້ເມື່ອວັນທີ 20 ພຶດສະພາ 2021 ທີ່ຜ່ານມາວ່າ: ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດມີທ່າອ່ຽງຫຼຸດລົງ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າພະຍາດດັ່ງກ່າວນີ້ຈະສາມາດຢັບຢັ້ງໄດ້ເວລາໃດ ຍ້ອນວ່າຍັງມີແຮງງານລາວຈໍານວນຫຼາຍທີ່ຍັງທະຍອຍກັບຄືນປະເທດ ຊຶ່ງປະເທດທີ່ພວກເຂົາໄປເຮັດວຽກນັ້ນລ້ວນແລ້ວແຕ່ເປັນປະເທດທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກວ້າງ ຫຼື ຮອບໃໝ່ຢູ່ ແຕ່ສາມາດປ້ອງກັນໄດ້ຍ້ອນແຮງງານລາວທີ່ກັບຄືນມາປະເທດນັ້ນແມ່ນໄດ້ມີການກວດສອບປະຫວັດ ແລະ ໄດ້ນໍາຕົວພວກເຂົາໄປຈໍາກັດບໍລິເວນ, ສິ່ງທີ່ໜ້າເປັນຫ່ວງແມ່ນຈໍານວນຜູ້ຕິດເຊື້ອຢູ່ໃນນະຄອນຫຼວງວຽງຈັນນີ້ເຖິງແມ່ນວ່າຈໍານວນຜູ້ຕິດເຊື້ອຈະຫຼຸດລົງກໍ່ຕາມ ແຕ່ຜູ້ຕິດເຊື້ອແມ່ນຕິດຈາກຊຸມຊົນ ຫຼື ຕິດນໍາຜູ້ຕິດເຊື້ອມາກ່ອນ ນອກນັ້ນພະຍາດນີ້ໄດ້ເຂົ້າໄປແຜ່ລະບາດຢູ່ຫ້ອງການສໍານັກງານອົງການລັດ, ບໍລິສັດ, ໂຮງຈັກໂຮງງານຍ້ອນວ່າບັນດາຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພາຍຫຼັງເກັບຕົວຢ່າງແລ້ວຍັງສືບຕໍ່ໄປເຄື່ອນໄຫວດຳລົງຊີວີດແບບປົກກະຕິໃນສະຖານທີ່ຕ່າງໆລວມທັງໄປເຮັດວຽກໂດຍບໍ່ປະຕິບັດການຈຳກັດຕົນເອງຢ່າງເຂັ້ມງວດ.
ທ່ານ ດຣ.ສີສະຫວາດ ໃຫ້ຮູ້ຕື່ມວ່າ: ສະເພາະວຽກງານການຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ, ປະຈຸບັນທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44ສູນ, ມີຜູ້ທີ່ຍັງຈໍາກັດບໍລິເວນທັງໝົດ 3,350 ຄົນ ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.


