ກະຊວງການຕ່າງປະເທດຂອງປະເທດລຸກຊໍາບວກ ໄດ້ມອບອຸປະກອນການແພດທີ່ຈໍາເປັນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ພະແນກສາທາລະນະສຸກ ແຂວງສະຫວັນນະເຂດຊຶ່ງປະກອບມີຜ້າອັດປາກ-ດັງຈໍານວນ 150 ກ່ອງ, ຖົງມື 40 ກ່ອງ, ໜ້າກາກກັ້ນໃບໜ້າ 100 ອັນ, ຊຸດ PPE 150 ຊຸດ ໂດຍມີພິທີມອບຮັບເມື່ອບໍ່ດົນມານີ້ ທີ່ພະແນກສາທາລະນະສຸກແຂວງ.
ຮອດວັນທີ 22 ພຶດສະພາ 2021, ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວ ຈຳນວນ 81 ຄົນ, ເປັນອັນດັບສີ່ໃນຂອບເຂດທົ່ວປະເທດທີ່ມີຜູ້ຕິດເຊື້ອຈາກພະຍາດດັ່ງກ່າວຫຼາຍ (ນະຄອນຫຼວງວຽງຈັນ, ບໍ່ແກ້ວ ແລະ ຈຳປາສັກ) ແຕ່ບໍ່ມີຜູ້ເສຍຊີວິດ, ຈຳນວນຜູ້ຕິດເຊື້ອສ່ວນຫຼາຍແມ່ນພົບຈາກແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ.
ຂ່າວ-ພາບ: ສພຂ


