ໂຄງການເຂດພັດທະນາເສດຖະກິດໃໝ່ສີພັນດອນ ຢູ່ ເມືອງໂຂງ ແຂວງຈຳປາສັກ ເປັນໂຄງການໃຫຍ່ຊຶ່ງມີມູນຄ່າຂອງໂຄງການສູງເຖິງ 9 ຕື້ໂດລາ ຊຶ່ງມີເນື້ອທີ່ທັງໝົດ 9.848 ເຮັກຕາ, ຮອດປັດຈຸບັນນີ້ ໄດ້ສໍາເລັດ ການເຮັດບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມໂດຍລວມຂອງໂຄງການ, ໄດ້ອອກແບບໃນຂັ້ນເບື້ອງຕົ້ນ ບັນດາກິດຈະການຕ່າງໆ ທີີ່ຢູ່ໃນໄລຍະທີ 1, ສໍາເລັດການກໍ່ສ້າງເສັ້ນທາງເບຕົງອ້ອມດອນໂຂງ ໄລຍະ 43 ກິໂລແມັດ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ແລະ ໜ້າວຽກອື່ນໆຈຳນວນໜຶ່ງ.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ໂຄງການເຂດພັດທະນາເສດຖະກິດໃໝ່ສີພັນດອນເມື່ອບໍ່ດົນມານີ້.
ທ່ານ ວິນເຊັນ ລີ ປະທານ ບໍລິສັດ ຮ່ວມພັດທະນາສີພັນດອນ ຈຳກັດ ໄດ້ລາຍງານຕໍ່ທ່ານເຈົ້າແຂວງ ແລະ ຄະນະວ່າ: ມູນຄ່າ ການລົງທຶນຂອງໂຄງການນີ້ທັງໝົດ 9 ຕື້ໂດລາສະຫະລັດ ໃນນັໍ້ນເປັນການລົງທຶນເພື່ອກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າ 1,3 ຕື້ໂດລາສະຫະລັດ ທີີ່ເປັນການລົງທຶນຂອງຜູູ້ພັດທະນາ. ໂຄງການດັ່ງກ່າວນີ້ ມີຫຼາຍກິດຈະການ ຊຶ່ງປະກອບມີການກໍ່ສ້າງພື້ນຖານໂຄງລ່າງພື້ນຖານພາຍໃນເຂດ, ສ້າງແຫຼ່ງທ່ອງທ່ຽວ, ສ້າງທະນາຄານ ແລະ ສະຖາບັນການເງິນ, ສ້າງພື້ນຖານໂຄງລ່າງ (ດ້ານການສຶກສາ, ສາທາ ລະນະສຸກ, ພັດທະນາບຸກຄະລາກອນ ແລະ ສີມືແຮງງານ), ໂຄງການບໍລິການແຫຼ່ງທ່ອງທ່ຽວ (ໂຮງແຮມ, ຮ້ານອາຫານ, ສະຖານທີີ່ພັກ, ສະໜາມກິລາ), ໂຄງການສ້າງແຫຼ່ງບັນເທີງ, ກິດຈະການກາຊີໂນ ແລະ ກິດຈະການຕ່າງໆ ທີີ່ບໍ່ສົ່ງຜົນກະທົບຕໍ່ສິີ່ງແວດລ້ອມ.
ຂ່າວ-ພາບ: ທັດຊະນະ


