ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດໃນໄລຍະ 7 ວັນຕໍ່ໄປນີ້ວ່າ: ນັບແຕ່ວັນທີ 24-30 ພຶດສະພາ 2021 ນີ້ອາກາດຈະຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໂດຍສະເພາະຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້.
ຕໍ່ກັບສະພາບອາກາດດັ່ງກ່າວ ຈຶ່ງແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວໃຫ້ມີສະຕິລະວັງຕົວອາດເກີດມີອັກຄີໄພ ແລະ ອາດຈະເຮັດໃຫ້ຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ ແລະ ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະຕົ້ນໄມ້ອາດຈະຫັກລົ້ມ ແລະ ອາດຈະເກີດຟ້າຜ່າ.


