ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງ ພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 25 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 25 ພຶດສະພາ 2021 ນີ້ຈໍານວນ 56 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 16 ຄົນ, ແຂວງສະຫວັນນະເຂດ 10 ຄົນ, ແຂວງຈໍາປາສັກ 3 ຄົນ, ບໍ່ແກ້ວ 17, ຜົ້ງສາລີ 3 ຄົນ ແລະ ແຂວງ ອຸດົມໄຊ 7 ຄົນ ຈາກຜູ້ກວດເຊື້ອທັງໝົດ 1.484 ຄົນ ໃນມື້ວັນທີ 24 ພຶດສະພາ 2021 ທີ່ຜ່ານມາ.
ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.878 ຄົນ ໃນນີ້ປິ່ນປົວຫາຍດີ 1.180 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳນວນ 696 ຄົນ ແລະ ເສຍຊີວິດ 2 ຄົນ.


