Vientiane Times Lao
ແຕ່ງຕັ້ງ​ຄະ​ນະ​ສະ​ເພາະ​ກິດ​ຕອບ​ໂຕ້ກຸ່ມຄົນບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດທີ່ບໍ່​ຫວັງ​ດີ​ຕໍ່​ປະ​ເທດ​ລາວ

ແຕ່ງຕັ້ງ​ຄະ​ນະ​ສະ​ເພາະ​ກິດ​ຕອບ​ໂຕ້ກຸ່ມຄົນບໍ່ດີຢູ່ທັງພາຍໃນ ແລະ ຕ່າງປະເທດທີ່ບໍ່​ຫວັງ​ດີ​ຕໍ່​ປະ​ເທດ​ລາວ

​ລັດ​ຖະ​ບານ​ລາວ ຊຶ່ງ​ຕາງ​ໜ້າ​ໂດຍ ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະສະ​ເພາະ​ກິດ ຫຼື ຄະ​ນະຮັບຜິດຊອບ​ສະ​ເພາະ​ເພື່ອຕິດຕາມ ແລະ ຕອບໂຕ້ທັນ​ເຫດ​ການຕໍ່​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ​ທັງ​ພາຍ​ໃນ ແລະ ຢູ່​ຕ່າງ​ປະ​ເທດທີ່ນຳໃຊ້ສື່ສັງຄົມອອນລາຍເພື່ອໂຄສະນາໃສ່ຮ້າຍປ້າຍສີການນຳພັກ-ລັດ,  ລະບອບການເມືອງຂອງ ສປປ ລາວ ແລະ ຂ່າວ​ທີ່​ສ້າງ​ຄວາມ​ບໍ່​ສະ​ຫງົບ​ພາຍ​ໃນ​ປະ​ເທດ.

ຄະ​ນະ​ສະ​ເພາະ​ກິດ​ດັ່ງ​ກ່າວ​ນີ້ມີຫນ້າທີ່ກວດ​ສອບ ແລະ ວິເຄາະວິໄຈ ຂໍ້ມູນຂ່າວສານທີ່ກຸ່ມຄົນບໍ່ດີທີ່ໄດ້ໂພ​ສ, ແຊຣ, ການສະແດງຄວາມຄິດເຫັນ, ຮູບ, ວິດີໂອ ແລະ ອື່ນໆ ທີ່ບໍ່ມີມູນຄວາມຈິງ ແລະ ສັງລວມເພື່ອລາຍງານໃຫ້ຄະນະຮັບຜິດຊອບຊີ້ນຳລວມຮັບ​ຮູ້ ເພື່ອ​ຊອກ​ຫາ​ວິ​ທີ​ຕອບ​ໂຕ້ ແລະ ຕິດ​ຕາມ​ກຸ່ມ​ຄົນ​ດັ່ງ​ກ່າວ​ມາ​ດຳ​ເນີນ​ຄະ​ດີ.

Related Articles

Leave a Reply