Vientiane Times Lao
ບ້ານແດງຖືວ່າເປັນມາດຕະການສູງສຸດໃນການປ້ອງກັນພະຍາດໂຄວິດ-19

ບ້ານແດງຖືວ່າເປັນມາດຕະການສູງສຸດໃນການປ້ອງກັນພະຍາດໂຄວິດ-19

ເພື່ອອໍານວຍຄວາມສະດວກໃນການປ້ອງກັນພະຍາດໂຄວິດ-19 ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນໃນແຕ່ລະບ້ານໃນການດໍາລົງຊີວິດປະຈໍາວັນຢູ່ ນະຄອນຫຼວງວຽງຈັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກໄດ້ກໍານົດສີບ້ານໃນການເພີ່ມທະວີປ້ອງກັນພະຍາດໂຄວິດ-19  ໂດຍມີ 3 ສີ ຄື: ບ້ານແດງ, ບ້ານເຫຼືອງ ແລະ ບ້ານ ຂຽວ ຊຶ່ງທັງ 3 ສີບ້ານດັ່ງກ່າວນັ້ນ ບ້ານສີແດງແມ່ນບ້ານທີ່ເປັນການປ້ອງກັນພະຍາດໂຄວິດ-19 ຂັ້ນສູງສຸດ ແຕ່ ທັງ 3 ບ້ານແມ່ນໃຫ້ປະຕິບັດຄໍາສັ່ງ 15/ນຍ ເຊັ່ນກັນ.

ບ້ານແດງໝາຍເຖິງມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 1 ກໍລະນີ ທີ່ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ຫຼື ການເກີດເປັນຈຸ້ມທີ່ມີ 2 ກໍລະນີຂຶ້ນໄປໃນໄລຍະ 14 ວັນຜ່ານມາ, ບ້ານເຫຼືອງ ໝາຍເຖິງມີຜູ້ຕິດເຊື້ອພະຍາດ 1 ກໍລະນີ ທີ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອໃນໄລຍະ 14 ວັນຜ່ານມາ ຫຼື ເປັນບ້ານທີ່ຕິດກັບບ້ານແດງ ຫຼື ເປັນບ້ານທີ່ມີລາຍງານວ່າມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ ແລະ ບ້ານຂຽວ ໝາຍເຖິງບ້ານທີ່ບໍ່ມີຜູ້ຕິດເຊື້ອ ແລະ ບໍ່ມີຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ.

ການປະຕິບັດບ້ານສີແດງ ປະກອບມີ: ປິດຮ້ານເສີມສວຍ, ຮ້ານຕັດຜົມ, ສະຖານທີ່ທ່ອງທ່ຽວ, ສວນອາຫານ, ກາຊີໂນ ແລະ ຮ້ານເກມທຸກປະເພດ, ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງມາດຕະການປ້ອງກັນຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ.ນອກນັ້ນຍັງມີການຫ້າມບຸກຄົນອອກຈາກບໍລິເວນເຮືອນ, ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ, ຫ້າມນັ່ງກິນດື່ມຢູ່ຮ້ານອາຫານ ຫຼື ຮ້ານກາເຟ, ເພີ່ມທະວີຄວາມເຂັ້ມງວດ ຢູ່ບັນດາຮ້ານຂາຍ ເຄື່ອງຍ່ອຍ, ມິນິມາດ, ຊຸບເປີມາກເກັດ ແລະ ຕະຫຼາດ, ຈັດໃຫ້ມີເວນຍາມ ແລະ ລາດຕະເວນ 24 ຊົ່ວໂມງ ເພື່ອສະກັດກັ້ນການລັກເຂົ້າ-ອອກ ບ້ານໂດຍບໍ່ໄດ້ຮັບອະນຸຍາດ, ສໍາລັບສິ່ງທີ່ອະນຸຍາດປະກອບ ມີ: ອະນຸຍາດໃຫ້ລົດໂຮງໝໍ, ທີມແພດ, ຄະນະສະເພາະກິດ, ລົດດັບເພີງ ແລະ ລົດເກັບມ້ຽນຂີ້ເຫຍື້ອເຂົ້າໄປປະຕິບັດໜ້າທີ່, ອະນຸຍາດໃຫ້ເປີດຫ້ອງການບ້ານ, ປກສ ກຸ່ມບ້ານ, ສຸກສາລາ, ຮ້ານຂາຍຢາ ແລະ ອື່ນໆ.

Related Articles

Leave a Reply