ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 27 ພຶດສະພາ 2021ໃຫ້ຮູ້ວ່າ:
ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 27 ພຶດສະພາ 2021 ນີ້ຈໍານວນ 12 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ
4 ຄົນ (ບ້ານຈອມມະນີ, ວັງຊາຍ, ຮ່ອງໄກ່ແກ້ວ ແລະ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ) ແຂວງສະຫວັນນະເຂດ 3 ຄົນ ແລະ ແຂວງຈໍາປາສັກ 5 ຄົນ ຈາກຜູ້ກວດເຊື້ອທັງໝົດ 1.990 ຄົນໃນຂອບເຂດທົ່ວປະເທດ. .
ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.895 ຄົນ
ໃນນີ້ປິ່ນປົວຫາຍດີ 1.281 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳນວນ 612 ຄົນ ແລະ ເສຍຊີວິດ 2 ຄົນ. ປັດຈຸບັນນີ້ ຢູ່ນະຄອນຫຼວງວຽງຈັນມີບ້ານແດງແລ້ວ 29 ບ້ານ, ຜູ້ຕິດເຊື້ອສ່ວນຫຼາຍແມ່ນບໍ່ສະແດງອາການຈຶ່ງເຮັດໃຫ້ຜູ້ຕິດເຊື້ອໄປແຜ່ເຊື້ອຢູ່ໃນຊຸມຊົນ ຈຶ່ງກໍ່ໃຫ້ເກີດມີ ຜູ້ຕິດເຊື້ອລາຍວັນຢູ່ນະຄອນຫຼວງວຽງຈັນ.


