Vientiane Times Lao
ເຊກອງ ກຽມປູກຕົ້ນໄມ້ ໃຫ້ໄດ້ 1.040 ເຮັກຕາ ໃນປີນີ້

ເຊກອງ ກຽມປູກຕົ້ນໄມ້ ໃຫ້ໄດ້ 1.040 ເຮັກຕາ ໃນປີນີ້

ທ່ານ ສົມຫວັງ ຂໍາມະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ໄດ້ໃຫ້ສໍາພາດກັບສື່ມວນຊົນແຂວງ ເມື່ອວັນທີ 26 ພຶດສະພາ 2021 ຜ່ານມານີ້ ວ່າ: ແຂວງ ເຊກອງ ມີແຜນການປູກໄມ້ໃຫ້ໄດ້ຈໍານວນ 1.040 ເຮັກຕາເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ (​ວັນ​ທີ 1 ມິ​ຖຸ​ນາ 2021) ຊຶ່ງ​ປະ​ຈຸ​ບັນ​ໄດ້​ກຽມແກ່ນພັນໄມ້ໄວ້​ແລ້ວ 1.000 ກິໂລ ແລະ ເບ້ຍໄມ້ປະເພດຕ່າງໆ ໄດ້ 1,2 ລ້ານເບ້ຍ, ນອກນັ້ນ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ​ຈະ​ຮ່ວມ​ກັບອົງການປົກຄອງທ້ອງຖິ່ນຕ່າງໆ ໃນການຟື້ນຟູປ່າທໍາມະຊາດທີ່ຊຸດໂຊມໃຫ້ໄດ້ 10.200 ເຮັກຕາ.

ສໍາລັບ ກິດຈະກໍາປູກ​ຕົ້ນ​ໄມ້​ໃນ​ໂອກາດວັນ​ດັ່ງ​ກ່າວ ຢູ່ພາຍໃນແຂວງ ເຊກອງ ແມ່ນເນັ້ນໃສ່ປູກຕົ້ນ​ໄມ້ຕາມ​ເທສະບານແຂວງ, ເທສະບານເມືອງ ແລະ ປູກຕົ້ນ​ໄມ້ຕາມປ່າສະຫງວນ ເພື່ອຟື້ນຟູປ່າທໍາມະຊາດ ໃຫ້ອຸດົມສົມບູນຢ່າງຍືນນານ ຊຶ່ງ ປະກອບມີປະເພດໄມ້ດູ່ທໍາມະຊາດ, ໄມ້ບົງແດງ, ໄມ້ຈໍາປາປ່າ, ໄມ້ແຕ້, ໄມ້ສັກ, ໄມ້ຕິ້ວ, ຕົ້ນໄມ້ກິນໝາກ ແລະ ອື່ນໆ.

​ພ້ອມກັນນັ້ນ, ທ່ານ ສົມຫວັງ ຂໍາມະວົງ ໄດ້ຮຽກຮ້ອງມາຍັງມວນຊົນແຂວງເຊກອງ ໃຫ້ພ້ອມກັນປົກປັກຮັກສາ ແລະ ຫວງແຫນປ່າໄມ້ ພ້ອມກັນປະກອບສ່ວນຕາມເງື່ອນໄຂຄວາມອາດສາມາດ ເຂົ້າໃນການປູກໄມ້, ຟື້ນຟູປ່າ ແລະ ປົກປັກຮັກສາປ່າໄມ້ ໃຫ້ນັບມື້ມີຄວາມອຸດົມສົມບູນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ວັດຖຸດິບດ້ານໄມ້ ແລະ ຜົນຜະລິດປ່າໄມ້ໃຫ້ໄດ້ຢ່າງຍືນນານ ພ້ອມທັງເປັນການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.

ຂ່າວ-ພາບ: ພຸດທະສອນ

Related Articles

Leave a Reply