ແຂວງ ເທື່ອທຽນເຫວ້ ສສ.ຫວຽດນາມ ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອ ປະເພດອຸປະກອນການແພດ ໃຫ້ກັບອົງການປົກຄອງແຂວງສາລະວັນ ຊຶ່ງປະກອບມີຊຸດແພດ PPE (ໂສ້ງ, ເສື້ອ, ໝວກ, ຜ້າອັດປາກ-ດັງ, ແວ່ນຕາ ແລະ ຖົງມື) ຈຳນວນ 2.000 ຊຸດ, ຜ້າອັດປາກ-ອັດດັງ ຈຳນວນ 2.000 ກັບ, ເຄື່ອງວັດແທກອຸນຫະພູມແບບສຳຜັດ 50 ເຄື່ອງ, ຖົງມືການແພດ 2.000 ຄູ່ ແລະ ນ້ຳຢາລ້າງມື ຈຳນວນ 2.000 ຂວດ ລວມມູນຄ່າ 500 ລ້ານດົງ. ພ້ອມກັນນັ້ນ ແຂວງ ເທື່ອທຽນເຫວ້ ກໍຍັງໄດ້ມອບອຸປະກອນການແພດ ເຊັ່ນດຽວກັນ ໃຫ້ແຂວງເຊກອງ ລວມມູນຄ່າ 300 ລ້ານດົງ ເພຶ່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ພິທີມອບອຸປະກອນການແພດດັ່ງກ່່າວ ໄດ້ຈັດຂຶ້ນເມື່ອວັນທີ 17 ມິຖຸນາ 2021 ຜ່ານມານີ້ ທີ່ດ່ານຊາຍແດນສາກົນລະໄລ ເມືອງສະໝ້ວຍ ແຂວງສາລະວັນ ຊຶ່ງ ກ່າວມອບໂດຍ ທ່ານ ຫງວຽນ ແທັງ ບິ່ງ ຮອງປະທານຄະນະກຳມະການ ປະຊາຊົນແຂວງເທື່ອທຽນເຫວ້ ສສ.ຫວຽດນາມ, ກ່າວຮັບໂດຍ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ສາລະວັນ ຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນ ແລະ ທ່ານ ນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງເຊກອງ ພ້ວມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂໍ້ມູນ-ພາບ: ວິໄລວອນ