ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ຕິດຕາມເຫດການດິນຍຸບ ເມື່ອມໍ່ໆມານີ້ ທີ່ບ້ານໜອງກະແດ້ງ ເມືອງວິລະບູລີແຂວງສະຫວັນນະເຂດ ແຕ່ຍັງບໍ່ຮູ້ສາເຫດທີ່ຊັດເຈນ.
ຫຼ້າສຸດ, ໜ່ວຍງານ ກົມທໍລະນີສາດ ແລະ ບໍ່ແຮ່ ໄດ້ປະສານງານຮ່ວມກັບ ບໍລິສັດ ລ້ານຊ້າງ ມີເນໂຣນ ຈຳກັດ ເພື່ອສະເໜີໃຫ້ ບໍລິສັດ ຊ່ວຍດຳເນີນການສຳຫຼວດທາງທໍລະນີຟີຊິກຢ່າງລະອຽດ ຢູ່ເຂດບ້ານ ໜອງກະແດ້ງເຖິງແມ່ນວ່າທາງຊ່ຽວຊານຈະຮູ້ສາເຫດເບື້ອງຕົ້ນແລ້ວວ່າ ປາກົດການດັ່ງກ່າວແມ່ນເກີດຈາກ ໂຄງສ້າງຫີນປູນຕາມທຳມະຊາດ ກໍຕາມ, ແຕ່ການລົງສຳຫຼວດໃນຄັ້ງນີ້ ແມ່ນເພື່ອເກັບກຳຂໍ້ມູນທາງວິຊາການຢ່າງຄົບຖ້ວນ ເພື່ອນຳມາອະທິບາຍ ແລະ ຊີ້ແຈງໃຫ້ສັງຄົມໄດ້ຮັບຊາບ ຢ່າງຈະແຈ້ງ ດ້ວຍຫຼັກຖານ ອ້າງອີງ ທີ່ໜ້າເຊື່ອຖືໄດ້.
ຂໍ້ມູນເບື້ອງຕົ້ນທີ່ທາງການຂອງ ແຂວງ ໄດ້ລົງກວດສອບພື້ນທີ່ຕົວຈິງ ພົບວ່າ ຈຸດເກີດເຫດຕົວຈິງ ແມ່ນຢູ່ ນອກເຂດສຳປະທານສຳຫຼວດ ແຮ່ທາດ ປະມານ 3 ກິໂລແມັດ.
ແນວໃດກໍຕາມ, ເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າຍັງຈະໄດ້ສືບຕໍ່ສົມທົບ ກັບທຸກພາກສ່ວນກ່ຽວຂ້ອງ ເພື່ອກວດກາໃນລາຍລະອຽດ ເພື່ອຊອກຫາສາເຫດທີ່ແທ້ຈິງ ແລະ ຈະລາຍງານຄວາມຄືບໜ້າ ໃຫ້ສັງຄົມຮັບຊາບເປັນແຕ່ລະໄລຍະ.
ທີ່ມາ: ກະຊວງອຸດສາຫະກຳ ແລະ ການຄ້າ

