Vientiane Times Lao
ເລກ 4 ແລະ ເລກ 7 ເປັນເຫດປ່ຽນເງິນ ແສນກາຍເປັນເງິນຫຼາຍລ້ານກີບ

ເລກ 4 ແລະ ເລກ 7 ເປັນເຫດປ່ຽນເງິນ ແສນກາຍເປັນເງິນຫຼາຍລ້ານກີບ

ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ວ່າ: ຈາກກໍລະ ນີຜູ້ຊົມໃຊ້ໄຟຟ້າທ່ານໜຶ່ງຢູ່ເມືອງນາຊາຍທອງທີ່ ໄດ້ໂພສບິນເສຍຄ່າໄຟຟ້າສໍາລັບເດືອນພຶດສະພາ 2021 ນີ້ທີ່ສູງເກີນຄວາມເປັນຈິງຈາກປົກກະຕິທີ່ ເຄີຍເສຍພຽງຫຼັກແສນກີບ ກາຍມາເປັນຫຼາຍລ້ານ ກີບນັ້ນໄດ້ມີການວິພາກວິຈານທາງສັງ ຄົມອອນ ລາຍນັ້ນ ຊຶ່ງຫຼ້າສຸດ, ຄະນະບໍລິຫານງານລັດວິສາ ຫະກິດໄຟຟ້າລາວ ໄດ້ຖະແຫຼງຂ່າວກ່ຽວ ກັບເລື່ອງ ດັ່ງກ່າວເມື່ອວັນທີ່ 29 ມິຖຸນາ 2021 ທີ່ຜ່ານມາ ທີ່ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ຢືນຢັນວ່າແມ່ນການຈົດຕົວເລກໝໍ້ນັບໄຟຜິດພາດ ຂອງພະນັກງານ ທີ່ໄດ້ຈົດເລກ 184355 ກິໂລ ວັດໂມງ (ແມ່ນຜິດເພີ່ມເລກ 4 ຈາກຫ້​າ​ຕົວ​ເລກ​ ເປັນ​ຫົກ ) ແລະ (ຖືກແທ້ແມ່ນ 18355 ກິໂລວັດ ໂມງ) ແຕ່ເມື່ອເວລາປ້ອນຂໍ້ມູນໃນລະບົບໃບບິນ ພັດໄດ້ປ້ອນຕົວເລກຜິດຈາກ 18355 ກິໂລວັດໂມງ ເປັນ 78355 ກິໂລວັດໂມງ (ຈາກເລກ 1 ເປັນເລກ 7) ແລະ ໄດ້ມີ ການດັດແກ້ພະລັງງານໃຫ້ຖືກຕ້ອງ ຕາມການນຳໃຊ້ຕົວຈິງເຮັດໃຫ້ພະລັງງານໃນບິນຂອງເດືອນ 5 ເປັນເງິນ 940.032 ກີບ.

ລັດວິສາຫະກິດໄຟຟ້າລາວໃຫ້ຮູ້ຕື່ມອີກວ່າ: ກ່ຽວກັບຄວາມບົກຜ່ອງຂອງພະນັກງານທີ່ຈົດ ຕົວເລກໝໍ້ນັບໄຟຜິດພາດ ແລະ ປ້ອນຕົວເລກຜິດດັ່ງກ່າວໄດ້ປະຕິບັດວິໄນ ຕໍ່ພະນັກງານ ທີ່ມີສ່ວນກ່ຽວຂ້ອງ ຈໍານວນ 4 ຄົນ ຕາມກໍລະນີໜັກ-ເບົາ. ນອກນັ້ນໄດ້ຕັ້ງຈຸດຮັບຄໍາຮ້ອງ ແລະ ແກ້ໄຂທຸກບັນຫາກ່ຽວກັບໄຟຟ້າ, ກ່ຽວກັບຂໍ້ສົງໃສຂອງປະຊາຊົນໃນການບໍລິການໄຟຟ້າ, ການຄິດໄລ່ລາຄາໄຟຟ້າ, ການຈົດເລກໝໍ້ນັບໄຟ, ການຂໍຕິດຕັ້ງໝໍ້ນັບໄຟໃໝ່, ການອອກບິນຄ່າໄຟ ແລະ ການເພີ່ມຂື້ນຂອງຄ່າໄຟຟ້າຂອງຜູ້ຊົມໃຊ້ ທີ່ ຫ້ອງການຄຸ້ມຄອງຝ່າຍລະບົບຈໍາໜ່າຍ ຕັ້ງຢູ່ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແຕ່ວັນຈັນ-ວັນສຸກ ນັບແຕ່ເວລາ 8:00-18:00 ໂມງ, ໂດຍເລີ່ມແຕ່ວັນທີ 28 ມິຖຸນາ 2021 ເປັນຕົ້ນໄປ.

Related Articles

Leave a Reply