Vientiane Times Lao
ໂຄວິດ-19 ສາຍພັນເດວຕາ ແລະ ສາຍພັນອື່ນໆອາດຈະລະ ບາດຢູ່ລາວຖ້າຍັງມີການລັກລອບເຂົ້າມາ

ໂຄວິດ-19 ສາຍພັນເດວຕາ ແລະ ສາຍພັນອື່ນໆອາດຈະລະ ບາດຢູ່ລາວຖ້າຍັງມີການລັກລອບເຂົ້າມາ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຮຽກຮ້ອງໃຫ້ອໍານາດການ ປົກຄອງບັນດາເມືອງທີ່ມີຊາຍແດນຕິດກັບ ປະເທດເພື່ອນບ້ານເຂັ້ມງວດໃນການກວດ ກາ, ລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ແລະ ຕາມລໍາແມ່ນໍ້າຂອງແບບຜິດກົໝາຍ ພາຍຫຼັງທີ່ໄດ້ກວດພົບສາຍພັນເດວຕາ ຊຶ່ງເປັນສາຍພັນພະຍາດໂຄວິດ-19ທີ່ລະບາດຢູ່ຫຼາຍປະເທດໃນໂລກ ແລະ ພົບເປັນຄັ້ງທໍາອິດ ຈາກແຮງງານລາວ 3 ຄົນ ທີ່ກັບມາຈາກປະເທດເພື່ອນບ້ານຢູ່ແຂວງຈໍາປາສັກ ເມື່ອວັນທີ 30 ມິຖຸນາ 2021 ທີ່ຜ່ານ ມາ ຊຶ່ງສາຍພັນດັ່ງກ່າວນີ້ສາມາດຕິດເຊື້ອໄດ້ ງ່າຍ ແລະ ເສຍຊີວິດໄວກວ່າເກົ່າ ຖ້າຫາກມີ ການລະບາດຢູ່ລາວອາດຍາກທີ່ຈະແກ້ໄຂ.

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຖ້າແຮງ ງານລາວກັບຄືນມາປະເທດແບບຖືກລະບຽບເຖິງແມ່ນວ່າພວກເຂົາຕິດເຊື້ອພະຍາດໂຄວິດ-19 ສາຍພັນໃດໜຶ່ງມາ ພວກເຮົາ ສາ ມາດປ້ອງກັນໄດ້ຍ້ອນວ່າເມື່ອຜ່ານດ່ານເຂົ້າມາສາມາດກວດສອບປະຫວັດ ແລະ ສາ ມາດເກັບຕົວຢ່າງພວກກ່ຽວໄປກວດຫາເຊື້ອໄດ້ ນອກນັ້ນເມື່ອບໍ່ພົບເຊື້ອກໍ່ສາມາດນຳ ພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໄດ້ ຊຶ່ງຕ່າງຈາກຜູ້ທີ່ລັກລອບເຂົ້າມາ ເມື່ອຕິດເຊື້ອມາໂດຍບໍ່ຮູ້ຕົວກໍ່ຈະແຜ່ເຊື້ອຕໍ່ສະມາຊິກໃນອບຄົວ ແລະ ຊຸມຊົນ. ນອກນັ້ນຮຽກຮ້ອງໃຫ້ທຸກຊັ້ນຄົນໃນສັງຄົມ ຍົກສູງສະຕິຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຄັ່ງຄັດ ເປັນຕົ້ນ ແມ່ນ ການດຳລົງຊີວິດປົກກະຕິແບບໃໝ່, ການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວເຫຼົ້າ 70 % ຂຶ້ນໄປ, ຫຼີກລ້ຽງການເດີນ ທາງໄປສະຖານທີ່ ທີ່ມີຄວາມສ່ຽງ, ຖ້າຫາກ ທ່ານຮູ້ສຶກບໍ່ສະບາຍ ຫຼື ມີປະຫວັດສຳຜັດ ໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເດີນທາງໄປຍັງ ສະຖານທີ່ ທີ່ຜູ້ຕິດເຊື້ອເດີນທາງໄປ ໃຫ້ທ່ານຮີບຮ້ອນໄປພົບແພດ ເພື່ອເກັບຕົວຢ່າງກວດຊອກຫາເຊື້ອ ແລະ ຈຳກັດບໍລິເວນຕົນເອງ 14 ວັນ.

Related Articles

Leave a Reply