Vientiane Times Lao
ທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກໍ່ສ້າງ ໄວໆ ນີ້

ທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກໍ່ສ້າງ ໄວໆ ນີ້

ທ່ານ ຫຼິວຈິງເຫວີ້ຍ ຫົວໜ້າທີມງານສຳຫຼວດອອກແບບໂຄງການກໍ່ສ້າງເສັ້ນທາງດ່ວນບໍ່ເຕັນ (ແຂວງຫຼວງນໍ້າທາ)  ຫາ ຫ້ວຍຊາຍ (ແຂວງບໍ່ແກ້ວ) ພ້ອມຄະນະ ໄດ້ເຂົ້າພົບ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ເມື່ອວັນທີ 30 ມິຖຸນານີ້ ຜ່ານມານີ້, ໃນໂອກາດດັ່ງກ່າວ ທ່ານ ຫຼິວຈິງເຫວີ້ຍ ໄດ້ລາຍງານການສຳຫຼວດອອກແບບໂຄງການທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເພື່ອກຽມກໍ່ສ້າງ ໄວໆ ນີ້ ວ່າ:

ຈຸດປະສົງໃນການມາເຮັດວຽກຢູ່ແຂວງບໍ່ແກ້ວ ຄັ້ງນີ້ ແມ່ນເປັນການລົງມາສຳຫຼວດກວດກາພື້ນທີ່ຕົວຈິງທີ່ຖືກແລວທາງໂຄງການກໍ່ສ້າງເສັ້ນທາງດ່ວນ ບໍ່ເຕັນ ຫາ ຫ້ວຍຊາຍ ເພື່ອເຮັດໃຫ້ການອອກແບບຈຳລອງ ແລະ ໃນສະພາບຕົວຈິງໃຫ້ມີຄວາມຖືກຕ້ອງສອດຄ່ອງ, ປະຢັດງົບປະມານ ແລະ ໄດ້ຮັບຜົນກະທົບໃນດ້ານຕ່າງໆໜ້ອຍທີ່ສຸດ.

ໂຄງການກໍ່ສ້າງທາງດ່ວນໃໝ່ ຈາກບໍ່ເຕັນ ຫາ ຫ້ວຍຊາຍ ແມ່ນເລີ່ມແຕ່ດ່ານຊາຍແດນບໍ່ເຕັນ (ຊາຍແດນລາວ-ຈີນ) ໄປຮອດດ່ານຊາຍແດນຫ້ວຍຊາຍ (ຊາຍແດນລາວ-ໄທ), ໄລຍະການກໍ່ສ້າງທາງແມ່ນ 176,3 ກິໂລແມັດ, ອີງຕາມມາດຕະຖານການກໍ່ສ້າງທາງດ່ວນທາງຄູ່ໄປກັບທີ່ມີ 4 ເລນ, ຄວາມກວ້າງໜ້າທາງແມ່ນ 21 ແມັດ ແລະ ຈາກບໍ່ເຕັນ ຫາ ຫ້ວຍຊາຍ ຈະໃຊ້ເວລາພຽງແຕ່ ຊົ່ວໂມງປາຍ ໃນການເດີມທາງ ໂດຍມູນຄ່າການລົງທຶນຄາດຄະເນ ປະມານ 24,126 ຕື້ຢວນ (3,8 ຕື້ໂດລາ).

ຂໍ້ມູນຂ່າວ: ບໍ່ແກ້ວ

Related Articles

Leave a Reply