Vientiane Times Lao
ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຍ້ອນແຮງງານລາວກັບຄືນປະເທດ

ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຍ້ອນແຮງງານລາວກັບຄືນປະເທດ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍຍ້ອນວ່າປະເທດເພື່ອນບ້ານໂດຍສະເພາະປະເທດໄທ ໄດ້ມີການປິດໂຮງງານ, ຮ້ານອາຫານ ເພື່ອເປັນການສະກັດກັ້ນພະຍາດໂຄວິດ-19 ຈຶ່ງເຮັດໃຫ້ແຮງງານລາວທີ່ໄປເຮັດວຽກຢູ່ປະເທດດັ່ງກ່າວບໍ່ໄດ້ເຮັດວຽກ ແລະ ກັບຄືນປະເທດລາວເປັນຈໍານວນຫຼາຍໃນແຕ່ລະວັນຈຶ່ງເປັນສາເຫດທີ່ເຮັດໃຫ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃນປັດຈຸບັນ ແຕ່ສາມາດສະກັດກັ້ນໄດ້ເພາະສາມາດກວດຫາເຊື້ອ ແລະ ນໍາຕົວພວກກ່ຽວໄປຈໍາກັດບໍລິເວນໄດ້ເມື່ອເວລາພວກກ່ຽວຜ່ານດ່ານເຂົ້າມາ.
ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ສະເພາະມື້ວັນທີ 6 ກໍລະກົດ 2021 ນີ້ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 56 ຄົນ ຈາກຜູ້ເຂົ້າກວດວິເຄາະທັງໝົດ 1.559 ຄົນໃນ ຂອບເຂດທົ່ວປະເທດ ຊຶ່ງຜູ້ຕິດເຊື້ອທີ່ກວດພົບ ໃໝ່ດັ່ງ ກ່າວແມ່ນຢູ່ ນະຄອນຫຼວງວຽງຈັນ 3 ຄົນ (ກໍລະນີນໍາເຂົ້າ), ແຂວງວຽງຈັນ 1 ຄົນ (ຕິດເຊື້ອໃນຊຸມຊົນ), ສະ​ຫວັນ​ນະ​ເຂດ 7 ຄົນ (ກໍ​ລະ​ນີ​ນຳ​ເຂົ້າ) ແລະ ແຂວງ ຈໍາປາສັກ: 45 ຄົນ (44 ຄົນ ກໍລະນີນໍາເຂົ້າ ແລະ 1 ຄົນຕິດເຊື້ອໃນຊຸມຊົນ).
ຮອດປັດຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມແລ້ວ 2.356 ຄົນ ປິ່ນປົວຫາຍດີ 2.042 ຄົນ, ຍັງນອນປິ່ນປົວ 311 ຄົນ ແລະ ເສຍຊີວິດ 3 ຄົນ. ສຳລັບນະຄອນຫຼວງ ວຽງຈັນ ຍັງມີ ບ້ານແດງ 9 ບ້ານ ຢູ່ 5 ຕົວເມືອງ.

Related Articles

Leave a Reply