ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ສະມາຄົມທຸລະກິດບໍລິການຈັດຫາງານລາວ ຮວ່ມມືໃນການພັດທະນາສີມືແຮງງານລາວ ແລະ ກຽມຄວາມພ້ອມໃຫ້ແຮງງານກ່ອນການຈັດສົ່ງ-ມອບເຂົ້າສູ່ຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.
ການຮ່ວມມືດັ່ງກ່າວ ໃນການພັດທະນາສືມືແຮງງານລາວໃຫ້ມີຄຸນນະພາບ ເອື້ອອຳນວຍໃນການດຶງດູດໃຫ້ຊາວໜຸ່ມ, ໄວໜຸ່ມລາວບັນດາເຜົ່າໃນຂອບເຂດ ທົ່ວປະເທດ ໃຫ້ເຂົ້າມາຮັບການຝຶກອົບຮົມ ແລະ ພັດທະນາສີມືແຮງງານ ເພື່ອໃຫ້ເຂົາເຈົ້າກາຍເປັນກຳລັງແຮງງານທີ່ມີສືມື ແລະ ມີໂອກາດໃນການມີວຽກເຮັດງານທຳ ມີລາຍໄດ້ທີດີສົມເຫດສົມຜົນ, ມີສະຫວັດດີການທີ່ດີ ຕອບສະໜອງເຂົ້າສູ່ຕຳແໜ່ງງານຢ່າງມີຄຸນນະພາບ.
ພິທີເຊັນບົດບັນທຶກການຮ່ວມມືພັດທະນາສີມືແຮງງານລາວ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2025 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ປອ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ແລະ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມທຸລະກິດບໍລິການຈັດຫາງານລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປະຈຸບັນ ສປປ ລາວ ຈາກການໄດ້ຮັບຜົນກະທົບຈາກເງິນກີບອ່ອນຄ່າ ແລະ ຄ່າຄອງຊີບສູງ ທີ່ສົ່ງຜົນໃຫ້ເຍົາວະຊົນ, ໄວໜຸ່ມປະລະການຮຽນເພີ່ມຂຶ້ນ ແລະ ພາກັນຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງຕາມລະບຽບກົດໝາຍມີຈຳນວນຫຼາຍຂຶ້ນ ແລະ ສ່ວນຫຼາຍແມ່ນເປັນແຮງງານທີ່ບໍ່ມີສີມື ຊຶ່ງເຮັດໃຫ້ບໍ່ໄດ້ຮັບສະຫວັດດີການ, ບໍ່ໄດ້ຮັບການປົກປ້ອງຄຸ້ມຄອງ ສິດທິຕາມກົດໝາຍຂອງປະ ເທດທີ່ເຂົາເຈົ້າເຮັດວຽກຢູ່ ແລະ ຖືກເອົາປຽບຄ່າແຮງງານນຳອີກ.
ທີ່ມາ: ຮສສ