Vientiane Times Lao
ແຮງງານລາວຫຼາຍກວ່າ 11,000 ຄົນໄດ້ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີນັບແຕ່ປີ 2022 ຮອດປັດຈຸບັນ

ແຮງງານລາວຫຼາຍກວ່າ 11,000 ຄົນໄດ້ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫຼີນັບແຕ່ປີ 2022 ຮອດປັດຈຸບັນ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ປະເທດ ສ.ເກົາຫຼິ ນັບແຕ່ເດືອນພຶດສະພາ 2022 ມາຮອດປັດຈຸບັນຫຼາຍກວ່າ 11,000 ຄົນ( ຍິງຫຼາຍກວ່າ 5,000 ຄົນຢູ່ 2 ແຂວງ ແລະ 80 ເມືອງ.

ເມື່ອມໍ່ໆມານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Park Yomg Cheol ເຈົ້າເມືອງກັງຮວາ ສ.ເກົາຫຼີ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການຢູ່ເມືອງກັງຮວາ ສ.ເກົາຫຼີ ໂດຍມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ຂ່າວສານ ຮສສ

Related Articles

Leave a Reply