ອົງການ UNESCO ໄດ້ຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນມໍຣະດົກໂລກທາງທຳມະຊາດ ແບບຮ່ວມຊາຍແດນ ແລະ ເປັນມໍຣະດົກໂລກທາງທຳມະຊາດ ແຫ່ງທຳອິດ ຂອງ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13 ກໍລະກົດ 2025 ຜ່ານມານີ້.
ໃນລະຫວ່າງແຕ່ວັນທີ 6-16 ກໍລະກົດ 2025 ທີ່ນະຄອນຫຼວງ ປາຣີ ປະເທດຝຣັ່ງ ໄດ້ມີກອງປະຊຸມຄະນະກຳມະການມໍຣະດົກໂລກ ຄັ້ງທີ 47 ຊຶ່ງມາໃນວັນທີ 13 ກໍລະກົດ 2025 ກອງປະຊຸມຄະນະກໍາມະການມໍຣະດົກໂລກ ໄດ້ມີມະຕິເອກະພາບຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຂອງ ສປປ ລາວ ເຂົ້າເປັນມໍຣະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍຣະດົກໂລກ 1972 ຢ່າງເປັນທາງການ ຊຶ່ງກາຍເປັນແຫຼ່ງມໍຣະດົກໂລກ ແຫ່ງທີ 4 ແລະ ເປັນແຫຼ່ງມໍຣະດົກໂລກທາງທຳມະຊາດແຫ່ງທຳອິດ ຂອງ ສປປ ລາວ, ພ້ອມທັງ ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກ ທາງທຳມະຊາດ ຂອງ ສສ ຫວຽດນາມ ແລະ ກາຍເປັນມໍຣະດົກໂລກຮ່ວມຊາຍແດນ ແຫ່ງທຳອິດ ຢູ່ໃນພາກພື້ນ ອີກດ້ວຍ.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ ສິ່ງມະຫັດສະຈັນທາງທໍາມະຊາດ, ມີພື້ນທີ່ທັງໝົດ 94,121 ເຮັກຕາ ຕັ້ງຢູ່ ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ ເຂດພື້ນທີ່ອະນຸລັກ ທີ່ສວຍສົດງົດງາມໜ້າປະທັບໃຈແຫ່ງນີ້ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນ ຂອງຊີວະນາໆພັນຫຼາກຫຼາຍຊະນິດ ແລະ ບາງຊະນິດໃກ້ສູນພັນທີ່ມີລັກສະນະໂດດເດັ່ນລືກລັບທີ່ສຸດຢູ່ໃນໂລກ ແລະ ກໍເປັນແຫຼ່ງກໍາເນີດຂອງລະບົບນິເວດທໍາມະຊາດທີ່ຫຼາກຫຼາຍ ລວມທັງປ່າໄມ້ດົງດິບດັ່ງເດີມທີ່ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍງາມ ແລະ ລະບົບນິເວດຖໍ້າທີ່ມີຄວາມສະຫຼັບຊັບຊ້ອນເປັນຕົ້ນແມ່ນ ຖໍ້ານໍ້າລອດເຊບັ້ງໄຟ ເຊິ່ງເປັນຖໍ້າພູຫີນປູນທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າໄຫຼລອດຜ່ານທຸກລະດູການ.
ຫີນໜາມໜໍ່ ແມ່ນຫີນປູນທີ່ມີຍອດແຫຼມຄົມຄ້າຍຄືກັບໜໍ່ໄມ້” ເຊິ່ງໝາຍເຖິງພູມີທັດຂອງປ່າພູຫີນປູນທີ່ສູງຊັນທີ່ມີຍອດແຫຼມຄົມອັນເປັນເອກະລັກສະເພາະໂດດເດັ່ນທີ່ເກີດຂື້ນຈາກຂະບວນການວິວັດທະນາການທາງດ້ານທໍລະນີວິທະຍາ ເປັນເວລາ 300 ລ້ານປີ, ຊຶ່ງປະຈຸບັນ ມີການຄົ້ນພົບຖໍ້າຈໍານວນ 173 ແຫ່ງ ພ້ອມກັບໜ້າຜາສູງຊັນເຖິງ 300 ແມັດ ຢູ່ໃນເຂດຂອງອຸທິຍານ ເຊິ່ງກໍ່ໃຫ້ເກີດເປັນແຫຼ່ງຖິ່ນທີ່ຢູ່ອາໄສທີ່ມີຄວາມປອດໄພສຳລັບສັດປ່າຫຼາຍຊະນິດທີ່ມີວິວັດທະນາການເຕີບໃຫ່ຍທີ່ແຕກຕ່າງກັບປະຊາກອນສັດປ່າ ກຸ່ມອື່ນໆ.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນສະຖານທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ມັນເປັນບ່ອນເພິ່ງພາອາໄສໃຫ້ກັບຈໍາພວກສັດຈໍານວນຫຼວງຫຼາຍ ພ້ອມທັງມີຫຼາຍຊະນິດພັນທີ່ບໍ່ມີການຄົ້ນພົບອີກແລ້ວໃນທົ່ວໂລກ ເປັນ ແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້, ສັດເລືອຄານ ແລະ ພືດແປກຕາຫາຍາກ ເຊິ່ງເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນຊັບສົມບັດທາງທໍາມະຊາດ.