ບັນດາຜູ້ຊົມໃຊ້ນ້ຳປະປາ ໃຫ້ກະກຽມກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ຂອບເຂດພື້ນທີ່ ທີ່ຢູ່ໃກ້ຄຽງ ຂອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ: ບ້ານໂນນແກ້ວ, ບ້ານໂພນສົມບູນ, ບ້ານທົ່ງປົ່ງ ແລະ ບ້ານ ອື່ນໆ.
ເນື່ອງຈາກ ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ uPVC DN 110 ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ uPVC DN 90 ເພື່ອເພີ່ມແຮງດັນນໍ້າ ຢູ່ບ້ານໂນນແກ້ວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ 16 ກໍລະກົດ 2025 ເລີ່ມແຕ່ 9:00ໂມງ ຫາ 16: 00ໂມງ ຊຶ່ງໄລຍະການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ.
ປະຈຸບັນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ມີກໍາລັງການຜະລິດຂອງໂຮງງານນໍ້າປະປາ ສາມາດຜະລິດໄດ້ສູງສຸດ 348.000 ແມັດກ້ອນຕໍ່ວັນ ຖ້າທຽບໃສ່ຄວາມຕ້ອງການຕົວຈິງ 520.000 ແມັດກ້ອນຕໍ່ວັນ ຊຶ່ງເຫັນວ່ານໍ້າບໍ່ພຽງພໍ 172.000 ແມັດກ້ອນຕໍ່ວັນ.