ສປປ ລາວ ແລະ ສປ ຈີນ ຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2025 ຊຶ່ງທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫຼືອງວດໃໝ່ ໃນປີ 2025 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ມີໝາກຜົນຕົວຈິງ, ພ້ອມທັງ ເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.
ພິທີລົງນາມສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2025 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟັ່ງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບປີ 2025 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ເປັນມູນຄ່າ 2,823,600 ໂດລາ ຊຶ່ງໄດ້ປະກອບມີໂຄງການຊ່ວຍເຫຼືອໃຫ້ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນທີ່ນອນໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 90 ໂຄງການ ມູນຄ່າຫຼາຍກວ່າ 23 ລ້ານກວ່າໂດລາ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນເປັນຮູບປະທຳຢ່າງແທ້ຈິງ.
ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ.
ທ່າມກາງສະພາບການຂອງໂລກທີ່ຍັງສືບຕໍ່ປະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ, ຂອບການຮ່ວມມືດັ່ງກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫຼາຍຝ່າຍສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ ພ້ອມທັງປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍເຈດຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວຂ້າງເທິງໃຫ້ປະກົດຜົນເປັນຈິງ.
ທີ່ມາ: ກະຊວງການຕ່າງປະເທດ