Vientiane Times Lao
ເກີດເຫດຄາດຕະກຳ ຢູ່ເມືອງແປກ ມີຜູ້ເສຍຊີວິດ 4 ຄົນ

ເກີດເຫດຄາດຕະກຳ ຢູ່ເມືອງແປກ ມີຜູ້ເສຍຊີວິດ 4 ຄົນ

ອີງຕາມແຫຼ່ງຂ່າວຈາກໜັງສືພິມຊຽງຂວາງມີໄຊ ໄດ້ລາຍງານວ່າ: ໃນຕອນເຊົ້າຂອງວັນທີ່ 15 ກໍລະກົດ 2025 ຜ່ານມານີ້ ຢູ່ທີ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ ໄດ້ເກີດເຫດລູກເຂີຍ ໃຊ້ອາວຸດເສິກຄາດຕະກຳພໍ່ຕາ ແລະ ແມ່ນາຍ ເຮັດໃຫ້ເກີດການຜິດພາດ ໄປຖືກລູກສາວ ອາຍຸ ປະມານ 7 ປີ ແລະ ແມ່ຕູ້.

ຈາກເຫດດັ່ງກ່າວ ເຮັດໃຫ້ມີຜູ້ຊີວິດເບື້ອງຕົ້ນ 3 ຄົນ ຄື ພໍ່ຕາ, ແມ່ນາຍ, ລູກສາວ ແລະ ບາດເຈັບສາຫັດ 1 ຄົນ ຄືແມ່ຕູ້,ຈາກນັ້ນ ຜູ້ກ່ຽວໄດ້ເຂົ້າໄປໃນປ່າ ແລະ ຂ້າໂຕເອງຕາມ ເຮັດໃຫ້ເຫດດັ່ງກ່າວ ມີຜູ້ເສຍຊີວິດທັງໝົດ 4 ຄົນ, ສ່ວນສາເຫດ ແລະ ແຮງຈູງໃຈແມ່ນຍັງຢູ່ໃນຂັ້ນຕອນການສອບສວນຂອງເຈົ້າໜ້າທີ່.

Related Articles

Leave a Reply