Vientiane Times Lao
ນະຄອນຫຼວງວຽງຈັນ ກຳນົດມາດຕະການ ປັບໃໝຕໍ່ຜູ້ລະເມີດ ຈູດ ແລະ ຖິ້ມຂີ້ເຫຍື້ອຊະຊາຍ

ນະຄອນຫຼວງວຽງຈັນ ກຳນົດມາດຕະການ ປັບໃໝຕໍ່ຜູ້ລະເມີດ ຈູດ ແລະ ຖິ້ມຂີ້ເຫຍື້ອຊະຊາຍ

ນະຄອນຫຼວງວຽງຈັນໄດ້ກຳນົດມາດຕະການປັບໃໝຕໍ່ຜູ້ລະເມີດຖິ້ມຂີ້ເຫຍື້ອຊະຊາຍ, ປັບໃໝເລີ່ມຕົ້ນ 100.000 ກີບ ຫາ 100.000.000 ກີບຕໍ່ຄັ້ງ, ສ່ວນຈູດສິ່ງເສດເຫຼືອຊະຊາຍ ຈະຖືກປັບໃໝເລີ່ມຕົ້ນ 1.000.000 ກີບ ຫາ 10.000.000 ກີບຕໍ່ຄັ້ງ.

ໃນວັນທີ 11 ກໍລະກົດ, ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ, ໃນນັ້ນໄດ້ກຳນົດຢ່າງຈະແຈ້ງ ກ່ຽວກັບມາດຕະການປັບໃໝຕໍ່ຜູ້ລະເມີດຖິ້ມຂີ້ເຫຍື້ອຊະຊາຍ.

ອີງຕາມຂໍ້ຕົກລົງລະບຸໄວ້ໃນມາດຕາ 30: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຖິ້ມຂີ້ເຫຍື້ອທີ່ບໍ່ຖືກຈຸດ (ຖິ້ມຊະຊາຍ) ຈະຖືກປັບໃໝແມ່ນຄິດຕາມປະລິມານຂີ້ເຫຍື້ອ.

Related Articles

Leave a Reply