Vientiane Times Lao
ສຳເລັດການທົດລອງເດີນເຮືອ ເສັ້ນທາງທ່ອງທ່ຽວແມ່ນໍ້າຂອງ ຈາກ ສປປ ລາວ ໄປ ສປ ຈີນ

ສຳເລັດການທົດລອງເດີນເຮືອ ເສັ້ນທາງທ່ອງທ່ຽວແມ່ນໍ້າຂອງ ຈາກ ສປປ ລາວ ໄປ ສປ ຈີນ

ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັ​ດ​ ໄດ້ ທົດລອງ​ເດີນເຮືອ​ ອອກຈາກທ່າເຮືອດ່ານສາກົນສາມຫຼ່ຽມຄຳ, ແຂວງບໍ່ແກ້ວ, ສປປ ລາວ ແລະ ​ເດີນ​ເຮືອ​ຕາມສາຍ​ແມ່​ນ້ຳຂອງ​ ໄປ​ຫາທ່າ​ເຮືອກວນເຫຼິຍ ​ແຂວງ​ຢຸນນານ ສປ ຈີນ.

ການທົດລອງເດີນເຮືອຄັ້ງນີ້, ໄດ້ລ່ອງຜ່ານ ສປປ ລາວ, ມຽນມາ ​ແລະ ​ໄທ ເພື່ອມຸ່ງໜ້າໄປ​ສູ່ ສປ ​ຈີນ, ເຊິ່ງມີຕົວແທນວິສາຫະກິດລາວ ແລະ ຈີນ​ເຂົ້າຮ່ວມ​ເດີນທາງ.​

ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເວົ້າວ່າ: ຜົນສຳເລັດຂອງການທົດລອງເດີນເຮືອໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນ ໃນການສ້າງເສັ້ນທາງການທ່ອງທ່ຽວທາງນ້ຳ​ຂ້າມແດນໃຫ້ແກ່ຜູ້ໂດຍສານ ແລະ ເປັນການວາງພື້ນຖານໃຫ້ແກ່ການເປີດເສັ້ນທາງຢ່າງເປັນທາງການໃນຕໍ່ໜ້າ.

ທ່າ​ເຮືອກວນເຫຼີຍ ຕັ້ງ​ຢູ່​ເມືອງ​ຫຼາ ແຂວງ​ສິບ​ສອງ​ພັນ​ນາ ເຊິ່ງ​ເປັນ​ທ່າ​ເຮືອທຳ​ອິດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ ເຊັ່ນ: ລາວ, ມຽນມາ ​ແລະ ​ໄທ ທີ່​ເຂົ້າ​ສູ່ປະເທດ​ຈີນ​ໂດຍ​ຜ່ານ​ແມ່​ນ້ຳຂອງ. 

Related Articles

Leave a Reply