ໃນວັນອັງຄານ ຜ່ານມານີ້, ທ່ານນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ເຂົ້າພົບປະກັບທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເພື່ອປຶກສາຫາລືການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ລາວ ແລະ ອົດສະຕຣາລີ ແລະ ການສະໜັບສະໜູນຂອງອົດສະຕຣາລີ ຕໍ່ຂະແໜງສື່ມວນຊົນຂອງລາວ.
ການພົບປະຄັ້ງນີ້, ສອງຝ່າຍ ໄດ້ເຫັນດີສືບຕໍ່ເພີ່ມທະວີການການຮ່ວມມືໃນຂະແໜງສື່ມວນຊົນ ເພື່ອຊຸກຍູ້ສາຍພົວພັນລະຫວ່າງ ສອງປະເທດ ພາຍໃຕ້ກອບການເປັນຄູ່ຮ່ວມມືຮອບດ້ານລາວ-ອົດສະຕຣາລີ.
ທ່ານນາງ ເມແກັນ ຈອນສ ເປັນເອກອັກຄະລັດຖະທູດ ຄົນທຳອິດ ຢູ່ລາວ ທີ່ເຂົ້າມາຢ້ຽມຢາມ ທ່ານ ຄໍາພັນ ນັບແຕ່ການຍົກຍ້າຍຂະແໜງສື່ມວນຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ຊຶ່ງໃນໂອກາດນີ້ ທ່ານນາງ ເມແກັນ ຈອນສ ໄດ້ກ່າວວ່າ: ສື່ມວນຊົນ ມີຄວາມສຳຄັນຫຼາຍເພື່ອເຮັດໃຫ້ສັງຄົມເຂົ້າໃຈບັນຫາຕ່າງໆໄດ້ງ່າຍຂຶ້ນ, ເຖິງວ່າບັນຫາດັ່ງກ່າວຈະມີຄວາມສະຫຼັບສັບຊ້ອນ, ພ້ອມນັ້ນ ທ່ານນາງ ເມແກັນຈອນສ ຍັງໄດ້ຂອບໃຈສື່ມວນຊົນລາວທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ສາຍພົວພັນການຮ່ວມມື ລະຫວ່າງ ລາວ ແລະ ອົດສະຕຣາລີຕະຫຼອດໄລຍະ70ກວ່າປີຜ່ານມາ.
ທ່ານນາງ ເມແກັນ ຈອນສ ໄດ້ກ່າວຕື່ມວ່າ: ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັບສື່ມວນຊົນລາວເພື່ອຮອງຮັບສະພາບການປ່ຽນແປງຂອງສື່ມວນຊົນໃນປັດຈຸບັນ, ໂດຍສະເພາະແມ່ນໃນຍຸກທີ່ສື່ມວນຊົນຫັນເປັນດີຈີຕອນ. ໃນເດືອນພຶດສະພາທີ່ຜ່ານມາ, ອົດສະຕຣາລີ ໄດ້ສະໜັບສະໜູນກອງປະຊຸມສຳມະນາເພື່ອຍົກລະດັບຄວາມຮູ້ໃຫ້ແກ່ສື່ມວນຊົນຂອງລາວເພື່ອສ້າງລາຍຮັບກຸ້ມຕົນເອງ ແລະ ສາມາດຜ່ານຜ່າຄວາມທ້າທາຍຕ່າງໆ.
ໃນປີ 2024 ທີ່ ສປປລາວ ເປັນປະທານອາຊຽນ, ອົດສະຕຣາລີ ໄດ້ສະໜັບສະໜູນກອງປະຊຸມ ສຳມະນາເພື່ອກຽມຄວາມພ້ອມໃຫ້ແກ່ສື່ມວນຊົນເພື່ອຮັບໃຊ້ການເປັນປະທານອາຊຽນຂອງ ສປປ ລາວ, ເພື່ອເຮັດໃຫ້ນັກຂ່າວເຂົ້າໃຈຄວາມເປັນມາຂອງອາຊຽນ, ຮັບຮູ້ວິທີການລາຍງານຂ່າວອອກສູ່ສາກົນ ແລະ ວິທີກວດກາຂ່າວປອມ.
ທ່ານນາງ ເມແກັນ ຈອນສ ຍັງໄດ້ກ່າວຕື່ມອີກວ່າ: ດຽວນີ້ ພວກເຮົາກຳລັງຈະຈັດງານຝຶກອົບຮົບຂ່າວດີຈີຕອນ (Digital Dialogue) ໃຫ້ແກ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ສປປ ລາວ ຈະເປັນປະເທດທໍາອິດ ທີ່ສຳນັກຂ່າວ ABC ຈະຈັດງານດັ່ງກ່າວຂຶ້ນໃນເດືອນສິງຫາ ທີ່ຈະມາເຖິງນີ້, ຊຶ່ງງານດັ່ງກ່າວ ແມ່ນຈະຈັດຂຶ້ນຮ່ວມກັບສະມາຄົມນັກຂ່າວ ແຫ່ງ ສປປ ລາວ ກ່ອນການສະເຫຼີມສະຫຼອງວັນສື່ມວນຊົນລາວ ຄົບຮອບ 75 ປີ ໃນວັນທີ13 ເດືອນສິງຫາ.
ໃນໂອກາດດຽວກັນ, ທ່ານຄຳພັນ ເຜີຍຍະວົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜຸນ, ໂດຍເນັ້ນໜັກວ່າການສ້າງຂີດຄວາມສາມາດ ແລະ ການຊ່ວຍເຫຼືອດ້ານວິຊາການຂອງອົດສະຕຣາລີ ມີບົດບາດສຳຄັນຕໍ່ການພັດທະນາ ຂອງ ສປປ ລາວ, ພ້ອມນັ້ນ ທ່ານ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການຮ່ວມມືກັບອົດສະຕຣາລີ, ບໍ່ພຽງແຕ່ໃນຂົງເຂດທີ່ມີການຮ່ວມມືຢູ່ແລ້ວເທົ່ານັ້ນ, ຫາກຍັງຊອກຄວາມເປັນໄປໄດ້ໃນການຮ່ວມມືໂຄງການອື່ນໆ ອີກເພື່ອຮັບມືກັບສິ່ງທ້າທາຍໃໝ່ໃນຍຸກດີຈີຕອນ.
ແຫຼ່ງຂ່າວ: ສະຖານທູດ ອົດສະຕຣາລີ