ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດງານມະຫາກຳການສຶກສາພາກເອກະຊົນລາວ ເພື່ອເປັນເວທີໃຫ້ສະຖາບັນການສືກສາເອກະຊົນ ແລະ ພາກລັດ ໄດ້ແລກປ່ຽນ ແລະ ຂະຫຍາຍການຮ່ວມມືກັນ.
ງານມະຫາກຳການສຶກສາພາກເອກະຊົນລາວ ຄັ້ງທີ I ຖືກຈັດຂື້ນ ວັນທີ 1 ສິງຫາ, ທີ່ນະຄອນຫຼວງວຽງຈັນ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ທ່ານ ປອ ຄຳແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ.
ການຈັດງານໃນຄັ້ງນີ້ ຍັງເປັນເວທີໃຫ້ສະຖາບັນການສືກສາເອກະຊົນສະແດງຜົນງານ ແລະ ການພັດທະນາທີ່ໄດ້ຮັບ; ເພື່ອສົ່ງເສີມການສຶກສາພາກເອກະຊົນໃນລາວ ໃຫ້ເປັນທາງເລືອກທີ່ມີຄຸນນະພາບ ແລະ ຖືກໃຈຜູ້ປົກຄອງເພື່ອຫັນມາຊົມໃຊ້ການສຶກສາ ໃນປະເທດຕົນເອງຫຼາຍຂື້ນ.
ເພື່ອສົ່ງເສີມ ແລະ ຍ້ອງຍໍຊົມເຊີຍ ຜົນງານຂອງຄູ ແລະ ນັກຮຽນໃນປະເທດ; ພ້ອມທັງສົ່ງເສີມການບໍລິການທີ່ມີຄຸນນະພາບຂອງພາກເອກະຊົນລາວ.
ສຳລັບກິດຈະກຳພາຍໃນງານຄັ້ງນີ້, ປະກອບມີຫຼາຍລາຍການ, ລວມມີກິດຈະກຳວາງສະແດງຜົນງານຂອງສະຖານການສຶກສາມີ ຈຳນວນ 75 ບູດ, ກິດຈະກຳການສະແດງສິລະປະຂອງນ້ອງໆນັກຮຽນ, ນັກສຶກສາ ທົ່ວນະຄອນຫຼວງວຽງຈັນ.
ພາຍໃນງານ ຍັງໄດ້ຈັດກິດຈະກຳ ການຕອບ-ຖາມວິທະຍາສາດສຳລັບຊັ້ນມັດທະຍົມຕົ້ນ-ປາຍ.
ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບລາງວັນພັດທະນາການສຶກສາດີເດັ່ນປະຈຳປີ 2025 ໃຫ້ແກ່ໂຮງຮຽນ 165 ແຫ່ງ, ພ້ອມທັງມອບນາມມະຍົດ ແລະ ໃບຍ້ອງຍໍ ໃຫ້ແກ່ຜູ້ບໍລິຫານການສຶກສາ, ຄູ ແລະ ນັກຮຽນ