Vientiane Times Lao
ສະຫຼຸບວຽກງານຄວບຄຸມພະຍາດຕິດຕໍ່ 5 ປີ (2021-2025) ແລະ ທິດທາງແຜນການ 2026-2030

ສະຫຼຸບວຽກງານຄວບຄຸມພະຍາດຕິດຕໍ່ 5 ປີ (2021-2025) ແລະ ທິດທາງແຜນການ 2026-2030

ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການ ຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ 5 ປີ (2021-2025) ແລະ ທິດທາງແຜນການ 2026-2030  ຊຶ່ງໄດ້ຈັດຂື້ນໃນວັນທີ 16-18 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການ ເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາ ຫົວໜ້າ/ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ມວສ, ບັນດາສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຫົວໜ້າ, ຮອງພະແນກ ສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ  17 ແຂວງ, ແລະ ນະຄອນຫຼວງວຽງຈັນ, ຕາງໜ້າອົງການອະນາໄມໂລກປະຈຳລາວ ແລະ ບັນດາທ່ານ ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ສາກົນກໍ່ໄດ້ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມສຳຄັນຫຼາຍ ໂດຍໄດ້ຍົກໃຫ້ເຫັນ ການສະຫຼຸບ, ຕີລາຄາ ຈຸດດີ, ບັນຫາ ແລະ ຂໍ້ຄົງຄ້າງ ທີ່ຮຽກຮ້ອງໃຫ້ມີການປັບປຸງ ແລະ ແກ້ໄຂ ເພື່ອເປັນແນວທາງໃນການ ແກ້ໄຂກໍຄື ການເສີມສ້າງຄວາມເຂັ້ມແຂງ ໃຫ້ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດ ຕິດຕໍ່ ໃຫ້ດີຂື້ນ ທັງຜັນຂະຫຍາຍເປັນແຜນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X (2026-2030), ແຜນປະຕິຮູບສາທາລະນະສຸກ 2021-2030.

ໃນທ່າມກາງທີ່ມີການແຜ່ລະບາດ ຂອງພະຍາດຕິດຕໍ່ ທີ່ເກີດຂື້ນໃໝ່ ແລະ ກັບຄືນມາໃໝ່ພ້ອມທັງ ພະຍາດຕິດຕໍ່ຕາມລະດູການ ເຊີ່ງການລະບາດ ດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ໃນຫຼາຍໆດ້ານ ເປັນຕົ້ນ ດ້ານການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາ ວຽກງານສາທາລະນະສຸກ ນັບແຕ່ສູນກາງ ຮອດ ທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ດ້ວຍເຫດຜົນດັ່ງ ກ່າວນີ້ ການສ້າງຄວາມອາດສາມາດ ໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງຕັ້ງໜ້າໂດຍການ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງບໍ່ຮູ້ ອິດເມືອຍ ໂດຍສະເພາະ ການເປັນເຈົ້າການຊ່ວຍກັນ ຂອງບັນດາ ອຳນາດການປົກຄອງ ແຕ່ລະຂັ້ນ, ພາກລັດ-ເອກະຊົນ, ຈົນຮອດ ປະຊາຊົນ ຈຶ່ງຈະເຮັດໃຫ້ ພວກເຮົາສາມາດຄວບຄຸມ ການແຜ່ລະບາດຂອງພະຍາດຕິດຕໍ່ ໄດ້ຮັບຜົນສໍາເລັດດີ.

ໃນໄລຍະຜ່ານມາ ໄດ້ມີການປັບປຸງລະບົບສາທາລະນະສຸກ ໃນແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ມີລະບົບສາທາ ລະນະສຸກ ທີ່ສາມາດຮອງຮັບຕໍ່ການລະບາດ ຫຼື ເຫດການສຸກເສີນອື່ນໆ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ ເມື່ອ ທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ກໍ່ເຫັນໄດ້ວ່າວຽກງານກັນ ແລະ ຄວບ ຄຸມພະຍາດຕິດຕໍ່ ແມ່ນສາມາດຍາດມາໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະ ແມ່ນການສ້າງຄວາມ ກຽມພ້ອມຮັບມືຕໍ່ເຫດການສຸກເສີນດ້ານສາທາລະນະສຸກ ແລະ ການປະຕິບັດກົດລະບຽບສາກົນດ້ານສາ ທາລະນະສຸກ ການເຝົ້າລະວັງ ແລະ ໂຕ້ຕອບການລະບາດ ຄວາມຄືບໜ້າໃນການປະຕິບັດຍຸດທະສາດ ລົບລ້າງພະຍາດ ແມ່ນມີຜົນສໍາເລັດດີ ໂດຍມີກົນໄກປະສານງານຫຼາຍຂະແໜງການ ມີລະບົບຄຸ້ມຄອງ ເຫດການສຸກເສີນດ້ານສາທາລະນະສຸກແຕ່ສູນກາງຮອດທ້ອງຖິ່ນ ມີລະບົບເຝົ້າລະວັງແຫ່ງຊາດ ລະບົບ ເຝົ້າລະວັງເຊື້ອຕ້ານຕໍ່ຢາ ມີກົນໄກປະສານງານສຸຂະພາບໜຶ່ງດຽວ ມີການສ້າງນັກລະບາດວິທະຍາພາກ ສະໜາມ ເພື່ອຮັບປະກັນໃຫ້ມີນັກລະບາດ ທີ່ເປັນດ່ານໜ້າໃນການໂຕ້ຕອບຕໍ່ການລະບາດ ນັບແຕ່ຂັ້ນ ສູນກາງຮອດທ້ອງຖິ່ນ  ນອກຈາກນີ້ຍັງມີຫ້ອງວິເຄາະຢັ້ງຢືນແຫ່ງຊາດທີ່ໄດ້ມາດຕະຖານສາກົນການປະ ຕິບັດຍຸດທະສາດລົບລ້າງ 3 ພະຍາດ ແມ່ນມີຄວາມຄືບໜ້າດີ ໂດຍສະເພາະແມ່ນການຄວບຄຸມພະຍາດ ໄຂ້ມາລາເຣຍໃນແຕ່ລະປີ ເຊິ່ງສາມາດຄວບຄຸມພະຍາດມາລາເຣຍຫຼຸດລົງເຖິງ 93 % ໃນປີ 2025 ທຽບໃສ່ປີ 2021 ເຊິ່ງອາດບັນລຸເປົ້າໝາຍລົບລ້າງທີ່ວາງໄວ້.

ແຫຼ່ງຂ່າວຈາກ: ສູນຂ່າວສານການແພດສຸຂະສຶກສາ

Related Articles

Leave a Reply