ສະມາຊິກສະພາແຫ່ງຊາດ ແມ່ນໃຜ?

ສະມາຊິກສະພາແຫ່ງຊາດ ແມ່ນໃຜ?

ບາງ​ຄົນ​ອາດ​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ໃຈແຈ້ງ​ກ່ຽວ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ມີມາດ​ຕະ​ຖານ, ສິດ ແລະ​ ໜ້າ​ທີ່​ແນວໃດ?

ຂໍ້​ມູນ​ລຸ່ມນີ້ ຈະ​ຊ່ວຍໃຫ້​ບັນ​ດາ​ທ່ານ​ຮັບ​ຮູ້ໄດ້​ດີ​ຂື້ນ​ເຊັ່ນ​ວ່າ:

1)  ສະມາຊິກສະພາແຫ່ງຊາດແມ່ນໃຜ? ມີມາດຕະຖານແນວໃດ?

•  ສະມາຊິກສະພາແຫ່ງຊາດ ແມ່ນ ຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ລາວບັນດາເຜົາ ຊຶ່ງແມ່ນ ພົນລະເມືອງລາວເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງ ປະຊາຊົນ ໂດຍຜ່ານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

•  ຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຕະຖານຄົບຖ້ວນ ດັ່ງນີ້:

1.  ເປັນພົນລະເມືອງລາວ ໂດຍກຳເນີດ;

2. ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົ່ງຮັກພັກດີ ແລະ ຕັ້ງຕໍ່ບໍລິສຸດ ຕໍ່

ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ສັດຊື່, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດ, ເດັດດ່ຽວຕ້ານການສໍ້

ລາດບັງຫຼວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;

3. ກຳແໜ້ນ ແລະ ຍຶດໝັ້ນ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເຮັດໃຫ້ປະຊາຊົນ ຮັ່ງມີ ຜາສຸກ, ປະເທດຊາດມັ້ງຄັ້ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີ ປອງດອງ ປະຊາທິປະໄຕ ຍຸດຕິທຳ ແລະ ສີວິໄລ;

4. ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າ, ມີຄໍາເຫັນ ຕໍ່ ບັນຫາສໍາຄັນພື້ນຖານ

ຂອງ ປະເທດຊາດ, ຂອງທ້ອງຖິ່ນ ແລະ ສາມາດປະຕິບັດໜ້າທີ່ຂອງຕົນໄດ້;

5. ມີລະດັບການສຶກສາ ຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ຮູ້ນໍາໃຊ້ໄອທີ ແລະ ມີວິຊາສະເພາະ

ໃດໜຶ່ງ;

6. ມີສຸຂະພາບດີ.

2) ສະມາຊິກສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ ແນວໃດ?

•  ສະມາຊິກສະພາແຫ່ງຊາດ ມີສີດ ແລະ ໜ້າທີ່ ດັ່ງນີ້:

1.    ຄົ້ນຄວ້າ, ເຊື່ອມຊຶມ ແລະ ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ,

ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມຄະນະປະຈຳ

ສະພາແຫ່ງຊາດ, ເຄົາລົບ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ;

2.  ໂຄສະນາ ເຜີຍແຜ່, ປຸກລະດົມ ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນ ໃຫ້ເຊື່ອມຊຶມ ແລະ

ເຂົ້າຮ່ວມໃນການປະຕິບັດ ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມສະພາ ແຫ່ງຊາດ ແລະ ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ແລະ ແຜນງົບປະມານແຫ່ງລັດ, ເຂົ້າຮ່ວມ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ໃຫ້ຮູ້ ແລະ ເຂົ້າໃຈ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ຂອງສະມາຊິກສະພາ ແຫ່ງຊາດ;

3.  ເຂົ້າຮ່ວມກອງປະຊມສະພາແຫ່ງຊາດຢ່າງເປັນປົກກະຕິ; ໃນກໍລະນີ ບໍ່ສາມາດເຂົ້າຮ່ວມ ກອງປະຊຸມໄດ້ ຍ້ອນສາເຫດຈຳເປັນໃດໜຶ່ງ ຕ້ອງສະເໜີຢ່າງເປັນລາຍລັກອັກສອນ ເພື່ອຂໍ ອະນຸຍາດນຳປະທານຄະນະປະຈຳສະພາແຫ່ງຊາດ;

4.  ຄົ້ນຄວ້າ ແລະ ກະກຽມ ເນື້ອໃນ ເພື່ອປະກອບຄຳເຫັນໃນກອງປະຊຸມ ແລະ ລົງຄະແນນ ສຽງດ້ວຍຄວາມຮັບຜິດຊອບສູງ;

5.  ຊັກຖາມ ປະທານ, ຄະນະປະຈາສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ,

ສະມາຊິກ ລັດຖະບານ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດ ກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ປະທານ ອົງການກວດສອບແຫ່ງລັດ ໃນກອງປະຊຸມສະພາແຫ່ງຊາດ;

6.  ລາຍງານການເຄື່ອນໄຫວວຽກງານ ຕໍ່ປະຊາຊົນໃນເຂດເລືອກຕັ້ງຂອງຕົນ ແລະ ເຂົ້າຮ່ວມກອງ

ປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຂອງຕົນ;

7.  ໃກ້ຊິດຕິດແທດ, ພົບປະ, ຮັບຕ້ອນ ປະຊາຊົນ, ເກັບກຳ ແລະ ນຳເອົາຄວາມຄິດຄວາມເຫັນ ແລະ  ຄຳສະເໜີຂອງປະຊາຊົນ  ເພື່ອສະເໜີຕໍ່  ສະພາແຫ່ງຊາດ,  ຄະນະປະຈຳສະພາແຫ່ງຊາດ  ແລະ ພາກສ່ວນອື່ນ ທີ່ກ່ຽວຂອງ ພິຈາລະນາ, ແກ້ໄຂ ທັງຕິດຕາມຜົນການແກ້ໄຂ;

8.  ໃຫ້ຄຳປຶກສາ  ແລະ ຄຳແນະນຳແກ່ພົນລະເມືອງ  ກ່ຽວກັບ  ການຍື່ນຄຳຮ້ອງທຸກ  ແລະ

ບັນຫາຕ່າງໆ ທີ່ຕິດພັນກັບຜົນປະໂຫຍດຂອງປະຊາຊົນ;

9.  ເຂົ້າຮ່ວມ ກອງປະຊຸມ, ການເຄື່ອນໄຫວ ແລະ ພິທີທີ່ສຳຄັນຕ່າງໆ ຂອງອົງການຈັດຕັ້ງ ພັກ

, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ

ສັງຄົມ ຕາມການເຊີນ ຫຼື ໂດຍໜ້າທີ່;

10. ໄດ້ຮັບ ຫຼື ສະເໜີເອົາ ຂໍ້ມູນ ຂ່າວສານ ທີ່ຈຳເປັນຈາກພາກສ່ວນທີ່ກ່ຽວຂອງ ໃນການປະຕິບັດໜ້າທີ່ຂອງຕົນ;

11.  ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນໃນແຕ່ລະໄລຍະ ເປັນລາຍລັກອັກ

ສອນ ໃຫ້ກຳມາທິການທີ່ຕົນສັງກັດ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຂອງ

ຕົນ. ສຳລັບຜູ້ເປັນ ທັງສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງຕ້ອງລາຍງານສະພາປະຊາຊົນຂັ້ນແຂວງ ທີ່ຕົນເປັນສະມາຊິກອີກດ້ວຍ;

12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

3) ການສິ້ນສຸດ ການເປັນສະມາຊິກສະພາແຫ່ງຊາດ ມີແນວໃດ?

•  ການເປັນສະມາຊິກສະພາແຫ່ງຊາດ ຈະສິ້ນສຸດລົງໃນກໍລະນີ ດັ່ງນີ້:

1.    ໝົດອາຍຸການຂອງສະພາແຫ່ງຊາດຊຸດນັ້ນ;

2.  ລາອອກດ້ວຍເຫດຜົນຈຳເປັນ;

3.  ບໍ່ສາມາດປະຕິບັດໜ້າທີ່ໄດ້   ດ້ວຍເຫດຜົນທາງດ້ານສຸຂະພາບ   ໂດຍມີການຢັ້ງຢືນຈາກ

ຄະນະແພດ;

4.   ໄປປະຕິບັດໜ້າທີ່ຢູຕ່າງປະເທດ ຫຼື ສຶກສາຢູ່ ພາຍໃນ ຫຼື ຕ່າງປະເທດ ເປັນປະຈຳ ແຕ່ ສາມປີ

ຂື້ນໄປ;

5.  ຖືກປົດອອກຈາກການເປັນສະມາຊິກສະພາແຫ່ງຊາດ;

6.  ເສຍຊີວິດ.

ແຫຼ່ງ​ຂ່າວ​: ສ​ະ​ພາ​ແຫ່ງ​ຊາດ

ຄັດ​ຈ້ອນ​ໂດຍ: ມະ​ນີ​ຈັນ

Related Articles

Leave a Reply