ຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 9 ລົງຫາສຽງຢູ່ ກຳລັງ ປກຊ-ປກສ

ຜູ້ສະໝັກ ສສຊ ເຂດເລືອກຕັ້ງທີ 9 ລົງຫາສຽງຢູ່ ກຳລັງ ປກຊ-ປກສ

ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງແຂວງຊຽງຂວາງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ຊຸດທີ X ລົງຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຊຽງຂວາງໃນວັນທີ 9-10 ກຸມພາ 2026 ທີ່ຜ່ານມານີ້, ຢູ່ 3 ຈຸດ ຄື: ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງພັນໃຫຍ່ 643, ກອງພັນໃຫຍ່ 702 ແລະ ໂຮງໝໍບໍລິເວນ 101 ໂດຍການຕ້ອນຮັບຂອງ ທ່ານ ພົຈວ. ວັນທອງ ພົງສະຫວັນ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຊຶ່ງມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານ-ຕຳຫຼວດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ໄດ້ຜັດປ່ຽນກັນສະເໜີຕົວ ນັບແຕ່ນ້ຳເບີ 1-10 ຕາມລຳດັບ; ຈາກນັ້ນ, ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆ; ຈາກນັ້ນ, ຜູ້ສະໝັກຮັບເລືອກຕັ້ງ ກໍຮັບເອົາຄຳສະເໜີ ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍໃນມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.

ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຈຳນວນ 10 ທ່ານ ຍິງ 3 ທ່ານ, ເລືອກເອົາ 7 ທ່ານ ຊຶ່ງເພດຍິງກວມເອົາ 30%, ມາຈາກສູນກາງ 2 ທ່ານ, ມາຈາກແຂວງ 8 ທ່ານ ຍິງ 3 ທ່ານ ທີ່ເປັນຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາລັງປ້ອງກັນຊາດ; ທົ່ວແຂວງມີ 432 ໜ່ວຍປ່ອນບັດ, ມີຈໍານວນພົນລະເມືອງ 613,848 ຄົນ ຍິງ 170,177 ຄົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງມີ 172,780 ຄົນ ຍິງ 82,797 ຄົນ.

ຂ່າວ: ອາລິນ ສຸພິມມະປະດິດ

Related Articles

Leave a Reply