ນະຄອນຫຼວງວຽງຈັນມີໜ່ວຍເລືອກຕັ້ງ 843 ໜ່ວຍ

ນະຄອນຫຼວງວຽງຈັນມີໜ່ວຍເລືອກຕັ້ງ 843 ໜ່ວຍ

ຄະນະຮັບຜິດຊອບເລືອກຕັ້ງຢູ່ຄອນຫຼວງວຽງຈັນໄດ້ກຽມຄວາມພ້ອມຢ່າງຮອບດ້ານ ເພື່ອຮອງຮັບການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຊຶ່ງຈະຈັດຂຶ້ນໃນວັນອາທິດ ທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ໂດຍໄດ້ຈັດຕັ້ງໜ່ວຍປ່ອນບັດ 843 ໜ່ວຍ.

ທ່ານ ສິລິລາດ ທົງສິນທອງເພັງ ຮອງເລຂາຄະນະບໍລິຫານງານພັກ ແລະ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລາຍງານຄວາມຄືບໜ້າການກຽມຄວາມພ້ອມຂອງເຂດເລືອກຕັ້ງທີ 1 ເມື່ອມໍ່ໆມານີ້ວ່າ: ສຳລັບການເລືອກຕັ້ງຄັ້ງນີ້ ນະຄອນຫຼວງວຽງຈັນ ມີຜູ້ມີສິດເລືອກຕັ້ງທັງໝົດ 685,808 ຄົນ ໃນນັ້ນເປັນເພດຍິງ 340,980 ຄົນ ໂດຍໄດ້ຈັດຕັ້ງໜ່ວຍປ່ອນບັດ 843 ໜ່ວຍ, ໜ່ວຍປ່ອນບັດດັ່ງກ່າວ ປະກອບມີ ໜ່ວຍປ່ອນບັດປົກກະຕິ 776 ໜ່ວຍ, ໜ່ວຍປ່ອນບັດເຄື່ອນທີ່ 8 ໜ່ວຍ ແລະ ໜ່ວຍສະເພາະສຳລັບກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບ 59 ໜ່ວຍ.

ນອກຈາກນີ້ ຍັງມີຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ 23,349 ຄົນ ໂດຍໄດ້ຈັດສັນໜ່ວຍປ່ອນບັດໄວ້ 41 ໜ່ວຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງລາວໃນຕ່າງແດນ.

ການເລືອກຕັ້ງຄັ້ງນີ້ ເປັນການຄັດເລືອກບຸກຄົນທີ່ມີຄຸນສົມບັດ ມີຄວາມຮູ້ຄວາມສາມາດ ເຂົ້າໄປເປັນຕົວແທນຂອງປະຊາຊົນ ເພື່ອບໍລິຫານປະເທດຊາດ ແລະ ທ້ອງຖິ່ນໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ.

ທີ່ມາ: ວຽງຈັນໃໝ່

Related Articles

Leave a Reply