ຫໍຫຼັກເມືອງ ເມືອງມຸນລະປາໂມກ ຖືກອອກແບບໃນຮູບແບບສິລະປະລາວລ້ານຊ້າງ

ຫໍຫຼັກເມືອງ ເມືອງມຸນລະປາໂມກ ຖືກອອກແບບໃນຮູບແບບສິລະປະລາວລ້ານຊ້າງ

ໂຄງການກໍ່ສ້າງຫໍຫຼັກເມືອງເມືອງ ມຸນລະປາໂມກ ແຂວງຈໍາປາສັກ ຖືກອອກແບບໃນຮູບແບບສິລະປະລາວລ້ານຊ້າງມີມຸກສີ່ໜ້າ 4 ຊັ້ນ ແລະ ລວມຍອດຊໍ່ຟ້າເປັນ 5 ຊັ້ນ,​ ມີຮູບຊົງສີ່ຫຼ່ຽມມົນທົນ,​ ກົມມະລຽນມີຂະໜາດ 15,9 x 15,9 ແມັດ,​ ຍົກສູງຈາກພື້ນດິນ 90 ຊັງຕີແມັດ,​ ຕົວຫໍມີແອວຂັນ 3 ລະດັບ ຂະໜາດ 9×9 ແມັດ, 7×7 ແມັດ ແລະ 5×5 ແມັດ ຕາມລຳດັບ,​ ຄວາມສູງຈາກພື້ນດິນເຖິງຍອດຊໍ່ຟ້າ 16 ແມັດປາຍ,​ ເສົາຫຼັກເມືອງ ເຮັດດ້ວຍໄມ້ແຄນ ໜ້າຕັດ 90 ຊັງຕີແມັດ,​ ມີຄວາມຍາວ 8,​9 ແມັດ ເປັນໄມ້ສັກສິດ ແລະ ເປັນໄມ້ເອກະລັກຂອງເມືອງ ໂດຍໄດ້ແກະສະລັກລວດລາຍລາວ ມີຮູບງູກອດເສົາ ແລະ ຮູບນາງອັບສອນທັງ 4 ດ້ານ,​ ເທິງຍອດເສົາ ປະດິດສະຖານພະພຸດທະຮູບທອງ ມີຄວາມສູງຫຼາຍກວ່າ 2 ແມັດ. ພາຍໃນຫໍມີລວດລາຍລາວ ຮູບປັ້ນ ແລະ ຮູບແຕ້ມບຸກຄົນສຳຄັນ ແລະ ວິລະບຸລຸດລາວ ເຊັ່ນ: ພະເຈົ້າຟ້າງຸ່ມ ແລະ ພະເຈົ້າໄຊເສດຖາ.

ທ່ານ ນາງ ຄຳຫຼ້າ ວິສຸດທະວົງ ຮອງປະທານຄະນະກຳມະການປົກຄອງເມືອງມຸນລະປາໂມກ ໄດ້ລາຍງານໃນພິທີມອບຮັບຫໍຫຼັກເມືອງທີ່ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ວ່າ: ໂຄງການກໍ່ສ້າງຫໍຫຼັກເມືອງ ເປັນໜຶ່ງໃນໂຄງການພັດທະນາສວນສາທາລະນະຂອງເມືອງມຸນລະປາໂມກ ໄດ້ເລີ່ມການກະກຽມມາແຕ່ສະໄໝທີ VII ຂອງອົງຄະນະພັກເມືອງ ແລະ ເລີ່ມກໍ່ສ້າງໃນເດືອນມັງກອນ 2022 ສະໄໝທີ VIII ຈົນມາຮອດສະໄໝທີ IX ຈຶ່ງສຳເລັດ 100%.

ທີ່ມາແຫຼ່ງຂໍ້ມູນ: ໜັງສືພິມຈຳປາໃໝ່

Related Articles

Leave a Reply