ຖ້ຽວບິນ  ຮົງກົງ – ປາກເຊ​ – ຮົງກົງ​ເປັນຊ່ອງທາງໜຶ່ງເພື່ອດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈີນ

ຖ້ຽວບິນ  ຮົງກົງ – ປາກເຊ​ – ຮົງກົງ​ເປັນຊ່ອງທາງໜຶ່ງເພື່ອດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນຈີນ

ການເປີດສາຍການບິນ ຫຼື  ຖ້ຽວບິນ  ຮົງກົງ – ປາກເຊ​ – ຮົງກົງ​ເປັນອີກຊ່ອງທາງໜຶ່ງເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະນັກທ່ອງທ່ຽວຈີນໃຫ້ມາທ່ຽວປະເທດລາວ ເວົ້າລວມ, ເວົ້າສະເພາະມາທ່ຽວຊົມແຫຼ່ງທ່ອງທ່ຽວຢູ່ແຂວງຈໍາປາສັກ.

ພິທີເປີດຖ້ຽວບິນປະຖົມມະລຶກ ຮົງກົງ – ປາກເຊ​ – ຮົງກົງ​ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ຢູ່ສະໜາມບິນ ນະຄອນ ປາກເຊ​ ແຂວງຈໍາປາສັກ ໂດຍການຮ່ວມເປີດຖ້ຽວບິນດັ່ງກ່າວຂອງທ່ານ​ ປອ.​ສຸກສະຫວັນ​ ວິໄລວົງ​ ຮອງເລຂາ​ພັກແຂວງ​ ປະທານ​ຄະນະ​ກໍາມະ​ການປົກຄອງ​ແຂວງ​ຈໍາປາສັກ,​ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ​ ຂົນສົ່ງ​ (ຍທຂ)​,​ ທ່ານ​ ພິມ​ພອນ​ ພັນດານຸວົງ​ ຄະນະປະຈໍາ​ພັກແຂວງ​ ຮອງປະທານ​ຄະນະ​ກຳມະ​ການປົກຄອງ​ແຂວງ, ທ່ານ​ ປອ.​ສິດທິ​ພອນ​ ບຸດຕິວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກ​ໂຍທາທິການ​​ ແລະ​ ຂົນສົ່ງ​ແຂວງ, ທ່ານ​ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ​ ສີທັນດອນ ແລະ​ ພາກສ່ວນ​ກ່ຽວຂ້ອງ​ ເຂົ້າຮ່ວມ.

ທ່ານ​ ທອມມີ ເຈີ່ນ ປະທານບໍລິສັດ ທ່ອງທ່ຽວ​ ສີທັນດອນ ໄດ້ກ່າວໃນພິທີວ່າ: ຖ້ຽວບິນຮົງກົງ​ – ປາກເຊ​ – ຮົງກົງ ມີ​ 2 ຖ້ຽວ/ອາທິດ,​ ຈາກປາກເຊ​ – ຮົງກົງ ມີວັນສຸກ ເເລະ​ ວັນຈັນ ຖ້ຽວບິນ​ HB2527, ອອກເດີນທາງເວລາ​ 02:50​ ໂມງ​ – 05:55 ໂມງ.​ ຮົງກົງ​ – ປາກເຊ ມີວັນພະຫັດ​ ແລະ​ ວັນທິດ,​ ຖ້ຽວບິນ​HB2526, ອອກເດີນທາງເວລາ​ 23:15​ ໂມງ​ – 00:50​ ໂມງ​ ດ້ວຍເຮືອບິນ ໂບອິ້ງ 737,​ ສາມາດບັນຈຸຜູ້ໂດຍສານໄດ້​ 180​ ຄົນ/ຖ້ຽວ.​ຈຸດປະສົງຕົ້ນຕໍ​ ກໍເພື່ອຊຸກຍູ້ການທ່ອງທ່ຽວ ຢູ່ແຂວງຈຳປາສັກ ທັງເປັນການເປີດປະຕູສູ່ໂອກາດໃໝ່ໃນການເຊື່ອມໂຍງເສດຖະກິດ​ ຕິດພັນກັບການເຊື່ອມໂຍງຕະຫຼາດ​ ແລະ​ ນັກລົງທຶນຈາກຕ່າງປະເທດມາທ່ຽວຊົມແຂວງຈຳປາສັກ ໃຫ້ນັບມື້ຫຼາຍຂຶ້ນ.​

ທີ່ມາແຫຼ່ງຂໍ້ມູນຂ່າວ​-ພາບ​: ທູນທອງໃຈ

Related Articles

Leave a Reply