ພິທີອັງເຊີນພະຄຳລົງມາຫົດສົງນໍ້າໂອກາດບຸນປີໃໝ່ລາວ ທີ່ທາດຫຼວງວຽງຈັນ

ພິທີອັງເຊີນພະຄຳລົງມາຫົດສົງນໍ້າໂອກາດບຸນປີໃໝ່ລາວ ທີ່ທາດຫຼວງວຽງຈັນ

ພິທີອັງເຊີນພະພຸດທະຮູບຄຳລົງມາຫົດສົງນໍ້າໃນໂອກາດບຸນປີໃໝ່ລາວ ປະຈໍາປີ ຈສ 1388 (ຄສ 2026, ພສ 2569) ໄດ້ຈັດຂຶ້ນຕອນແລງວັນທີ 14 ເມສາຜ່ານມານີ້ ທີ່ເດີ່ນກົມມະລຽນດ້ານໃນພະທາດຫຼວງວຽງຈັນ (ນວ), ໂດຍການເປັນປະທານ ຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງ ນວ, ມີພະເຖລານຸເຖລະ, ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ), ທ່ານ ຄຳໄຫຼ ສີປະເສີດ ຮອງປະທານສູນການແນວລາວສ້າງຊາດ, ບັນດາທ່ານຮອງປະທານຄະນະກຳມະການປົກຄອງ ນວ, ບັນດາການນໍາ ນວ, ການນໍາເມືອງໄຊເສດຖາ, ຫົວໜ່ວຍທຸລະກິດ, ບໍລິສັດຫ້າງຮ້ານ ແລະ ມວນຊົນຊາວ ນວ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນວາລະ ໄດ້ຈັດພິທີທາງສາສະໜາ ເພື່ອອາລາດທະນາອັງເຊີນພະພຸດທະສຸວັນສາທານທຳມິກະຣາດ ລົງສູ່ແທ່ນ (ອັງເຊີນພະຄຳປະທັບຢູ່ຫໍ), ໄຕ້ທຽນໄຊບູຊາລັດຕະນະໄຕປ່າວສັກເຄ, ໄຫວ້ພະຮັບສິນ, ກ່າວຄຳຖວາຍນໍ້າຫົດສົງ, ປັດໄຈເຄື່ອງໄຊຍະທານ, ສູດປະຣິຕະມຸງຄຸນ, ເຄນບ້າງປັດໄຈ, ຄາຣະວະພະຣັດຕະນະໄຕ, ກ່າວອະນຸໂມທະນາໂອກາດທຳ ແລະ ຮັບພອນຢາດນໍ້າ. ຈາກນັ້ນ ທ່ານ ສີລິລາດທົງສິນ ທອງເພັງ ພ້ອມດ້ວຍພະເຖລານຸເຖລະ, ໄດ້ຂຶ້ນໄປອັງເຊີນພະອົງຄຳລົງມາສູ່ແທ່ນ ເພື່ອໃຫ້ພະເຖລານຸເຖລະ, ການນໍາ ແລະ ມວນຊົນຊາວ ນວ ກໍຄື ຜູ້ທີ່ເຂົ້າຮ່ວມພິທີ ໄດ້ນໍາເອົານໍ້າອົບນໍ້າຫອມ ແລະ ນໍ້າສະອາດ ທີ່ກຽມໄວ້ນັ້ນ ຫົດສົງພະພຸດທະຮູບອົງຄຳ ທີ່ເປັນພະຄູ່ບ້ານ-ຄູ່ເມືອງທີ່ປະທັບຢູ່ພະທາດຫຼວງວຽງຈັນ, ໄດ້ຢູ່ເຢັນເປັນສຸກຕະຫຼອດໄປ. ພາຍຫຼັງເອົາພະດັ່ງກ່າວລົງມາໃຫ້ມວນຊົນຫົດສົງນໍ້າຕາມຮີດຄອງປະເພນີແລ້ວ ກໍໄດ້ອັງເຊີນພະຄຳນັ້ນກັບຄືນສະຖານທີ່ເດີມ ແລະ ນອກຈາກນັ້ນ, ພາຍໃນກົມມະລຽນ ຍັງໄດ້ຈັດໃຫ້ມີພິທີ ຫົດນໍ້າພະສົງທີ່ເຂົ້າຮ່ວມຕື່ມອີກ.

ທີ່ມາຂ່າວ: ແສງຈັນ

Related Articles

Leave a Reply