ເມື່ອມໍ່ໆມານີ້, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ກັກຕົວຜູ້ຖືກຫາໄດ້ທັງໝົດ 11 ຄົນ ໃນຂໍ້ຫາລັກສາຍໄຟຟ້າ (ຕັດສາຍໄຟ) ຢູ່ເຂດເມືອງປາກຊັນ
ສືບເນື່ອງຈາກບັນຫາການລັກຊັບພົນລະເມືອງ ເປັນຕົ້ນແມ່ນການລັກຕັດສາຍໄຟຟ້າຢູ່ຕາມເຮືອນ, ສະຖານທີ່ກໍ່ສ້າງ, ເຮືອນພັກ ແລະ ຮ້ານບັນເທີງ ຢູ່ເຂດເມືອງປາກຊັນ ເກີດຂຶ້ນຢ່າງພົ້ນເດັ່ນ, ສ້າງຄວາມເດືອດຮ້ອນ ແລະ ຄວາມເສຍຫາຍໃຫ້ແກ່ປະຊາຊົນ. ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນໃນໄລຍະເດືອນມິຖຸນາ ຫາ ກັນຍາ 2026, ເຈົ້າໜ້າທີ່ສາມາດກັກຕົວຜູ້ກະທຳຜິດໄດ້ 11 ຄົນ ເຊິ່ງແບ່ງອອກເປັນ 3 ກຸ່ມເຄື່ອນໄຫວ.
ກຸ່ມທີ 1 (2 ຄົນ): ທ້າວ ສົມສະນິດ (ອົ້ນ) ອາຍຸ 36 ປີ ຢູ່ບ້ານຊະນະໄຊ (ເຄີຍຖືກດຳເນີນຄະດີລັກຊັບ 3 ຄັ້ງ ແລະ ຝາກດັດສ້າງ 5 ຄັ້ງ) ຮັບສາລະພາບວ່າໄດ້ລັກສາຍໄຟມາແລ້ວ 9 ຄັ້ງ; ແລະ ທ້າວ ເທບພະກອນ (ມາມີ່) ອາຍຸ 32 ປີ ຢູ່ບ້ານອານຸສອນໄຊ ຮັບສາລະພາບວ່າໄດ້ກໍ່ເຫດລັກສາຍໄຟເຮືອນປະຊາຊົນ 3 ຫຼັງ.
ກຸ່ມທີ 2 (6 ຄົນ) ມີ ທ້າວ ສຸກສະຫວັດ ( ໝໍ້ ) ອາຍຸ 33 ປີ, ທ້າວ ທັດສະວົງ ( ເລັກ ) ອາຍຸ 27 ປີ, ທ້າວ ສຸກກະເສີມ ( ກົບ ) ອາຍຸ 31 ປີ, ທ້າວ ຄຳປະເສີດ (ຂຽດ) ອາຍຸ 30 ປີ (ທັງໝົດຢູ່ບ້ານໂພນໄຊ), ທ້າວ ອຸ່ນສົມບັດ (ອຸ່ນ ) ອາຍຸ 32 ປີ ຢູ່ບ້ານທົ່ງນ້ອຍ ແລະ ທ້າວ ສີວິໄລ ( ປຸ່ນ ) ອາຍຸ 46 ປີ ຢູ່ບ້ານສີມຸງຄຸນ. ທັງ 6 ຄົນ ຮັບສາລະພາບວ່າໄດ້ຮ່ວມກັນກໍ່ເຫດລັກຕັດສາຍໄຟຟ້າໃນເມືອງປາກຊັນມາແລ້ວ 11 ຄັ້ງ.
ກຸ່ມທີ 3 ( 3 ຄົນ ): ມີ ທ້າວ ໄກ່ ອາຍຸ 28 ປີ, ທ້າວ ຄົມ ອາຍຸ 15 ປີ ແລະ ທ້າວ ສັນ ອາຍຸ 23 ປີ ( ຢູ່ບ້ານໂພສີ ). ທ້າວ ໄກ່ ຮັບສາລະພາບວ່າກໍ່ເຫດມາແລ້ວ 9 ຄັ້ງ ໃນເວລາກາງຄືນຕາມຖຽງນາ, ຄອກສັດ ແລະ ຫໍພັກ; ສ່ວນ ທ້າວ ສັນ ແລະ ທ້າວ ຄົມ ຮັບສາລະພາບວ່າຮ່ວມກັນລັກສາຍໄຟ 10 ຄັ້ງ ຕາມເຮືອນ, ສວນຢາງພາລາ ແລະ ໂຮງຮຽນ.
ພຶດຕິກຳຂອງຜູ້ຖືກຫາທັງໝົດ ແມ່ນຈະນຳສາຍໄຟຟ້າທີ່ລັກມາໄດ້ໄປປອກເອົາທອງແດງຂາຍ ເພື່ອນຳເງິນມາແບ່ງກັນໃຊ້ຈ່າຍຫຼິ້ນກິນຟູມເຟືອຍ, ພວກກ່ຽວແມ່ນມີອາຊີບເປັນກຳມະກອນ.
ສະເພາະຂອງກາງເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ ມີ ສາຍທອງແດງປອກແລ້ວ 37,1 ກິໂລກຣາມ ແລະ ສາຍໄຟຟ້າທີ່ຍັງບໍ່ທັນປອກ 8 ກິໂລກຣາມ.
ທີ່ມາແຫຼ່ງຂໍ້ມູນ: ປກສ ແຂວງບໍລິຄໍາໄຊ

