ລັດຖະມົນຕີ ຍທຂ ແລະ ຄະນະຕິດຕາມຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້

ລັດຖະມົນຕີ ຍທຂ ແລະ ຄະນະຕິດຕາມຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ຄະນະ ໄດ້ລົງຕິດຕາມ ເມື່ອມໍ່ໆມານີ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ(ກມ 21-ກມ 71).

ທ່ານ ສຸກສາຄອນ ຊູຕັນນຸວົງ ຫົວໜ້າໂຄງການດັ່ງກ່າວໄດ້ລາຍງານວ່າ: ໂຄງການດັ່ງກ່າວ ເລີ່ມແຕ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 50 ກິໂລແມັດ, ເປັນເສັ້ນທາງປູຢາງຂົ້ວ (Asphalt). ຮູບແບບສັນຍາ OPBRC (ກໍ່ສ້າງ 3 ປີ ແລະ ບຳລຸງຮັກສາ 7 ປີ), ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 15 ກໍລະກົດ 2025 ມາຮອດເດືອນກັນຍາ 2026 (ຜ່ານມາ 14 ເດືອນ) ມີຄວາມຄືບໜ້າຂອງໜ້າວຽກຕົວຈິງສຳເລັດແລ້ວ 42.31%, ປະຕິບັດໄດ້ຕາມແຜນການ ແລະ ໄດ້ສຳເລັດປູຢາງຂົ້ວ (Asphalt)ໂດຍພື້ນຖານແລ້ວ ຂອງໜ້າວຽກ Milestone 1 ແລະ Milestone 3 ເຊິ່ງຄາດວ່າຈະໃຫ້ສໍາເລັດຕາມແຜນການໃນວັນທີ 15 ກໍລະກົດ 2028.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໃຫ້ຜູ້ຮັບຜິດຊອບເອົາໃຈໃສ່ໂດຍສະເພາະແມ່ນ ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ໃຫ້ສຸມໃສ່ນໍາໃຊ້ກົນຈັກທັນສະໄໝ, ການແກ້ໄຂສິ່ງກີດຂວາງ, ການຄຸ້ມຄອງການຈາລະຈອນ ແລະ ຂີ້ຝຸ່ນໃນເຂດຊຸມຊົນໜາແໜ້ນ ຕ້ອງໄດ້ສີດນ້ຳ ແລະ ຕິດປ້າຍເຕືອນຄວາມປອດໄພຢ່າງຕໍ່ເນື່ອງ. ພ້ອມທັງສືບຕໍ່ ບັນດາໜ້າວຽກຕ່າງໆເປັນຕົ້ນ: ເລັ່ງດຳເນີນງານວຽກດິນ, ຄັນທາງ, ແລະ ວຽກຊັ້ນທາງ, ສືບຕໍ່ປູຢາງຂົ້ວ (Asphalt), ວຽກລະບົບລະບາຍນ້ຳ, ການຕິດຕັ້ງອຸປະກອນຄວາມປອດໄພເທິງທ້ອງຖະໜົນ ແລະ ວຽກບຳລຸງຮັກສາທາງເກົ່າ,ສ້ອມແປງຂຸມ ເພື່ອອຳນວຍຄວາມສະດວກໃນການສັນຈອນຂອງປະຊາຊົນໃນໄລຍະການກໍ່ສ້າງ.

ທີ່ມາ: ຍທຂ

Related Articles