ປກສ ແຂວງບໍລິຄໍາໄຊ ຢຶດຢາບ້າ 800.000 ເມັດ

ປກສ ແຂວງບໍລິຄໍາໄຊ ຢຶດຢາບ້າ 800.000 ເມັດ

ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊ ອອກກວດກາລາດຕະເວນເມື່ອມໍ່ໆມານີ້ ພົບເຫັນເປົາສີຂາວ ຈໍານວນ 03 ເປົາ ແລະ ເປົາສີຟ້າ ຈໍານວນ 01 ເປົາ ວາງໄວ້ຢູ່ຫຼັງສາງເກັບເຄື່ອງແຫ່ງໜຶ່ງໃກ້ກັບແຄມແມ່ນໍ້າຂອງ ເຂດບ້ານ ໜອງເກີນ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ, ຫຼັງຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບອໍານາດການປົກຄອງ ບ້ານ ໜອງເກີນ ເຂົ້າກວດກາຢ່າງລະອຽດ ໃນນັ້ນ ພົບເຫັນຢາເສບຕິດ ປະເພດຢາບ້າ ຈໍານວນ 400 ມັດ ເທົ່າກັບ ຈໍານວນ 800,000 ເມັດ, ນໍ້າໜັກ 96 ກິໂລກຣາມ ແຕ່ບໍ່ພົບເຫັນຜູ້ຄອບຄອງຢ່າບ້າດັ່ງກ່າວ.

ຄາດວ່າຢາບ້າຈໍານວນດັ່ງກ່າວກຽມຂ້າມແມ່ນໍ້າຂອງໄປປະເທດເພື່ອນບ້ານ.

ທີ່ມາ: ປກສ ແຂວງ ບໍລິຄໍາໄຊ

Related Articles