ງານເທດສະການບຸນນໍ່ເປ່ເຈົ່າ ຫຼື ບຸນກິນຈຽງ (ປີໃໝ່ຊົນເຜົ່າມົ້ງ)ຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 4-6 ທັນວາ 2026 ທີ່ຈະມາເຖິງນີ້ ທີ່ ສວນບັນດາເຜົ່າ ບ້ານດ່ານຊີ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.
ໃນງານຈະປະກອບມີ ກິດຈະກໍາທີ່ຫຼາກຫຼາຍເຊັ່ນ: ງານປະກວດນາງສາວເຜົ່າມົ້ງນະຄອນຫຼວງວຽງຈັນ, ການປະກວດນັກຮ້ອງສຽງດີປະຈຳປີ 2026, ຍິງໜ້າເກັກ, ຕີໝາກຄ່າງ, ງົວຊົນ, ແກ່ວງຫຍ້າຄາ, ແກວ່ງໄກ່, ບາສີສູ່ຂວັນ, ໂຍນໝາກຄອນ ແລະ ອື່ນໆ.
ພິທີຖະແຫຼງຂ່າວເທດສະການດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ ສວນບັນດາເຜົ່າດັ່ງກ່າວໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ; ທ່ານ ພູວົງ ພະມີສິດ ປະທານສວນບັນດາເຜົ່າ ພ້ອມດ້ວຍບັນດາສື່ມວນຊົນ ແລະ ແຂກຖືກເຊີນ.
ພາບ-ຂ່າວ: ພ້ອມພົງ

