ໄຟຟ້າຫົງສາມອບທຶນການສຶກສາໃຫ້ນັກຮຽນທ້ອງຖິ່ນເພື່ອສ້າງໂອກາດເຍົາວະຊົນ ສູ່ອະນາຄົດທີ່ຍືນຍົງ

ໄຟຟ້າຫົງສາມອບທຶນການສຶກສາໃຫ້ນັກຮຽນທ້ອງຖິ່ນເພື່ອສ້າງໂອກາດເຍົາວະຊົນ ສູ່ອະນາຄົດທີ່ຍືນຍົງ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເດີນໜ້າສານຕໍ່ຄວາມມຸ່ງໝັ້ນດ້ານການສຶກສາ ພາຍໃຕ້ແນວຄິດ “Powering with CARE” ມຸ່ງສ້າງໂອກາດໃຫ້ເຍົາວະຊົນໃນພື້ນທີ່ອ້ອມຂ້າງ ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ເຊັ່ນ: ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ໄດ້ເຂົ້າເຖິງການສຶກສາ ແລະ ພັດທະນາສັກກະຍະພາບຂອງຕົນເອງ ເພື່ອເຕີບໃຫຍ່ເປັນກໍາລັງສໍາຄັນໃນການພັດທະນາຊຸມຊົນ ແລະ ປະເທດຊາດໃນອະນາຄົດ.

ໃນປີ 2026 ບໍລິສັດໄດ້ມອບທຶນການສຶກສາ ຈໍານວນ 5 ທຶນ, ທຶນລະ 71,000,000 ກີບ ລວມທັງໝົດ ຈໍານວນ 355,000,000 ກີບ ໃຫ້ກັບເຍົາວະຊົນທັງ 3 ເມືອງດັ່ງກ່າວ ເພື່ອສຶກສາຕໍ່ລະດັບມະຫາວິທະຍາໄລ.

ພິທີມອບ-ຮັບ ທຶນການສຶກສາສໍາລັບນັກຮຽນທ້ອງຖິ່ນ ຫຼື Local Scholarship Student Program (LSSP) ປະຈໍາປີ 2026 ໄດ້ ຈັດຂື້ນ ວັນທີ 9 ພະຈິກ 2026 ທີ່ຜ່ານມາຢູ່ ອາຄານຫົງຄໍາໄຊຍາຄານ ໂດຍມີ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ເປັນປະທານໃນພິທີ ແລະ ໄດ້ຮັບກຽດຈາກ ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກໍາມະການປົກຄອງ ເມືອງຫົງສາ, ເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ພະນັກງານ ໄຟຟ້າຫົງສາ ເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ບໍລິສັດ ໄຟຟ້າ ຫົງສາ

Related Articles