ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງ ຝ່າຍກັບ ທ່ານ ອັນນິດ ມັດຕາ ຮອງລັດຖະມົນຕີກະຊວງ ການຕ່າງ ປະເທດ ແຫ່ງ ສ ອິນໂດເນເຊຍ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 19-21 ເມສາ 2026.
ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຍິນດີທີ່ໄດ້ພົບປະກັບ ທ່ານ ອັນນິດ ມັດຕາ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ນັບແຕ່ໄດ້ເຂົ້າຮັບຕຳແໜ່ງເປັນຮອງ ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ໃນປີ 2024 ແລະ ເພື່ອເປັນການກະກຽມໃຫ້ແກ່ການຢ້ຽມຢາມ ທາງການ ສ ອິນໂດເນເຊຍ ຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນພຶດສະພາ 2026 ທີ່ຈະມາເຖິງນີ້ ເພື່ອເປັນການເສີມຂະຫຍາຍການພົວພັນລະຫວ່າງສອງຝ່າຍໃນຕໍ່ໜ້າ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມໃນຫຼາຍ ຂົງເຂດວຽກງານ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫຼອດໄລຍະ 69 ປີ ຂອງສາຍພົວພັນການທູດ ຊຶ່ງໄດ້ມີ ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງຊາດ ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບການກະກຽມຈັດບັນດາກິດຈະກໍາຕ່າງໆ ເພື່ອຮ່ວມກັນສະເຫຼີມ ສະຫຼອງ ເນື່ອງໃນໂອກາດຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ໃນປີ 2027 ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີນໍາກັນ ທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ ໂດຍສະເພາະ ໃນຂົງເຂດການຄ້າ ແລະ ລົງທຶນ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ ພ້ອມທັງເຫັນດີຈະສືບຕໍ່ສົ່ງເສີມການຮ່ວມ ມືກັນໃນດ້ານອື່ນໆ ທີ່ສອງປະເທດ ມີທ່າແຮງບົ່ມຊ້ອນ ເປັນຕົ້ນແມ່ນຂະແໜງກະສິກໍາປຸງແຕ່ງເຊັ່ນ: ການຜະລິດປຸ່ຍ, ການທ່ອງທ່ຽວ, ອຸດສາຫະກໍາບໍ່ແຮ່, ການບໍລິການ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ຮ່ວມກັນ ຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ເປັນຕົ້ນການຮ່ວມມືໃນວຽກງານຊ່ວຍເຫຼືອ ຜູ້ຕົກເປັນເຫຍື່ອຂະບວນການຄ້າມະນຸດ, ການປາບປາມການຄ້າຂາຍຢາເສບຕິດ ແລະ ກຸ່ມຫຼອກລວງທາງອອນລາຍ ແລະ ວິກິດການພະລັງງານທີ່ກະທົບຕໍ່ເສດຖະກິດໃນທົ່ວໂລກ ແລະ ອື່ນໆ.
ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງ ຄວາມຂອບໃຈຕໍ່ ລັດຖະບານອິນໂດເນເຊຍ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນໃນການພັດທະນາຊັບພະຍາກອນມະນຸດ ກໍຄືການຊ່ວຍ ເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ. ໃນຂະນະດຽວກັນ, ທ່ານ ອັນນິດ ມັດຕາ ກໍໄດ້ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ມີຄວາມປິຕິຍິນດີທີ່ໄດ້ມີໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

