ວັນທີ 20 ເມສານີ້, 4 ປະເທດຕາມລ່ອງແມ່ນໍ້າຂອງຮ່ວມກັນລາດຕະເວນເພື່ອປະຕິບັດກົດໝາຍຕາມແມ່ນ້ຳຂອງຄັ້ງທີ 164. 4 ປະເທດຈະສຸມໃສ່ປາບປາມອາຊະຍາກຳຂ້າມຊາຍແດນຕ່າງໆຮ່ວມກັນ ເຊັ່ນ: ການຫຼອກລວງທາງໂທລະຄົມ,ການຄ້າຂາຍເຖື່ອນ ແລະ ການລັກລອບເຂົ້າ-ອອກເມືອງຜິດກົດໝາຍເປັນຕົ້ນ ແລະ ຈະອອກແຮງສຸດຂີດເພື່ອປົກປັກຮັກສາຄວາມປອດໄພຂອງເຮືອທີ່ເດີນທາງຕາມແມ່ນ້ຳ ພ້ອມດ້ວຍເຂດລ່ອງແມ່ນ້ຳຂອງ.

ໃນໄລຍະການເຄື່ອນໄຫວເທື່ອນີ້,ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດຍັງຈະຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ,ພ້ອມກັນວິເຄາະສະຖານະການຫຼ້າສຸດໃນເຂດລ່ອງແມ່ນ້ຳຂອງ ແລະ ຄົ້ນຄວ້າຕົກລົງຂັ້ນຕອນສຳລັບການຮ່ວມມືປະຕິບັດກົດໝາຍທີ່ສຳຄັນໃນຕໍ່ໜ້າ.
ຂ່າວ: ພ້ອມພົງ
ພາບ: CMG FM93

