ພິທີເປີດນໍາໃຊ້ອາຄານຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມ ສະພາປະຊາຊົນ ແຂວງ ຈໍາປາສັກ ຢ່າງເປັນ ທາງການ ຈັດຂຶ້ນໃນວັນທີ 21 ເມສາ 2026 ຜ່ານມານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈໍາປາສັກ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ຈໍາປາສັກ, ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີການນໍາກະຊວງ, ການນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງຈໍາປາສັກ ຕັ້ງຢູ່ບ້ານ ໂນນຄູ່ ນະຄອນ ປາກເຊ ແຂວງຈໍາປາສັກ ໂດຍແມ່ນ ບໍລິສັດ ວິຊາຄົມ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຮັບ ເໝົາກໍ່ສ້າງ, ໄດ້ເລີ່ມ ລົງມືກໍ່ສ້າງແຕ່ວັນທີ 9 ພຶດສະພາ 2025 ມາຮອດປັດຈຸບັນໃຊ້ເວລາ ທັງໝົດ 11 ເດືອນ ຊຶ່ງຕະຫຼອດໄລຍະ ການຈັດຕັ້ງປະຕິບັດ ແມ່ນໄດ້ຮັບການຕິດຕາມກວດກາ, ແນະນໍາ, ປຶກສາຫາລືຢ່າງເປັນປະຈຳລະຫວ່າງບໍລິສັດ ແລະ ເຈົ້າຂອງໂຄງການ. ໂຄງການຕໍ່ເຕີມຫ້ອງເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງ ເປັນອາຄານ 2 ຊັ້ນ ຮູບແບບສະຖາປັດຕະຍະກຳລາວ, ມີເນື້ອທີ່ທັງໝົດ 1.890 ຕາແມັດ, ຊັ້ນທີ 1 ມີເນື້ອທີ່ນໍາໃຊ້ 945 ຕາແມັດ, ປະກອບດ້ວຍຫ້ອງເຮັດວຽກຂັ້ນດ້ວຍແວ່ນ ແລະ ຊັ້ນທີ 2 ມີເນື້ອທີ່ນໍາໃຊ້ 945 ຕາແມັດ, ປະກອບ ດ້ວຍຫ້ອງປະຊຸມໃຫຍ່ສາມາດບັນຈຸໄດ້ 300 ຄົນ, ມີຫ້ອງຄວບຄຸມເຄື່ອງສຽງ, ຫ້ອງພັກຜ່ອນ. ລວມມູນຄ່າກໍ່ ສ້າງທັງໝົດ ເກືອບ 20 ຕື້ກີບ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ພ້ອມດ້ວຍ ທ່ານ ອາລຸນໄຊ ສູນນະລາດ ແລະ ບັນດາການນໍາຂອງ ແຂວງ, ການນໍາຂັ້ນສູນກາງ, ຕາງໜ້າບໍລິສັດ ວິຊາຄົມ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ, ປ່ອຍປຸ່ມເປົ້າ ເພື່ອເປັນນິມິດໝາຍທີ່ດີໃຫ້ແກ່ການເປີດນໍາໃຊ້ອາຄານເຮັດວຽກ ແລະ ຫ້ອງປະຊຸມສະພາປະຊາຊົນແຂວງຈໍາປາສັກ ຢ່າງເປັນທາງການ.
ແຫຼ່ງຂ່າວຈາກ: ຂປລ

