ລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນ ແກ່ ກະຊວງສຶກສາທິການ ແລະ ກິລາ (ສສກ), ຜ່ານແຜນງານບີຄວາ, ໄດ້ເລິ່ມຕົ້ນການພັດທະນາ ເຄື່ອງມືການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ (GEM).
ໂຄງການດັ່ງກ່າວເພື່ອຊ່ວຍໃຫ້ສະຖານ ທີ່ເຮັດວຽກໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສາມາດປະເມີນ ແລະ ເສີມສ້າງ ການປະຕິບັດການຄຸ້ມຄອງຄວາມສະເໝີພາບຍິງ-ຊາຍ.
ໃນວັນທີ 20 ເມສາ ທີ ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພິມມະສອນ ສີສະອາດ ຮອງຫົວໜ້າຫ້ອງການ, ກະຊວງສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານ ພິມມະສອນ ສີສະອາດ ໄດ້ກ່າວໃຫ້ຮູ້ວ່າ: ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ກຳນົດຄວາມຕ້ອງການເຄື່ອງມືທີ່ໃຊ້ໄດ້ງ່າຍ ແລະ ໃຊ້ໄດ້ຈິງ ເພື່ອຫັນປ່ຽນວັດທະນະທຳໃນບ່ອນເຮັດວຽກຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ.
ເຄື່ອງມື GEM ຈະຊ່ວຍໃຫ້ພະແນກການຍ່ອຍຕ່າງໆ ຂອງບັນດາຂະແໜງສຶກສາ ປະເມີນການປະຕິບັດໜ້າວຽກຂອງຕົນ, ໃນການພັດທະນາແຜນປະຕິບັດງານ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ເພື່ອສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ໃນການເປັນຜູ້ນຳ.
ໂຄງການຈະສຶກສາ ວ່າເພດ ແລະ ມາດຕະຖານທາງສັງຄົມ ທີ່ມີອິດທິພົນຕໍ່ໂຮງຮຽນ ແລະ ສະຖານທີ່ເຮັດວຽກຂອງພວກເຮົາເປັນຄືແນວໃດ, ໃນການທົດສອບສົມມຸດຕິຖານ ແລະ ສ້າງຂັ້ນຕອນການປະຕິບັດຕົວຈິງເພື່ອສົ່ງເສີມການປ່ຽນແປງ.
ໂດຍການເຮັດວຽກຮ່ວມກັນ, ພ້ອມທັງສ້າງເຄື່ອງມືທີ່ເສີມສ້າງຄວາມເປັນຜູ້ນຳ, ສະໜັບສະໜູນຄູ ແລະ ປັບປຸງການຮຽນຮູ້ທີ່ເໝາະສົມສຳລັບນັກຮຽນທຸກຄົນໃນອະນາຄົດ.
ກອງປະຊຸມດັ່ງກ່າວ, ແມ່ນດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 20-24 ເມສາ, ເຊິ່ງຜູ້ເຂົ້າຮ່ວມ ຈະໄດ້ມີສ່ວນຮ່ວມໃນກິດຈະກຳຕ່າງໆ ທີ່ຖືກອອກແບບມາເພື່ອສ້າງຄວາມເຂົ້າໃຈດ້ານເພດ ແລະ ມາດຕະຖານທາງສັງຄົມ ພ້ອມທັງເສີມສ້າງຄວາມຮູ້ດັ່ງກ່າວ ໃຫ້ເປັນເຄື່ອງມືທີ່ນຳໃຊ້ໄດ້ຈິງ.
ໃນກອງປະຊຸມ ຍັງໄດ້ມີການວິເຄາະຂໍ້ມູນທີ່ເກັບກຳຈາກຜູ້ເຮັດວຽກສຶກສານິເທດພາຍໃນ. ພ້ອມນັ້ນ, ທີມງານຍັງໄດ້ທົບທວນໂປສະເຕີຂໍ້ມູນ, ສົນທະນາຮູບແບບຕ່າງໆໃນກຸ່ມຍ່ອຍ ແລະ ສະທ້ອນຄືນເຖິງສິ່ງທີ່ການຄົ້ນພົບ ທີ່ເຮັດໃຫ້ຮູ້ກ່ຽວກັບຄວາມເຊື່ອ ແລະ ພຶດຕິກຳໃນບ່ອນເຮັດວຽກ.
ຫຼັງຈາກນັ້ນ, ກໍ່ຍັງມີກິດຈະກຳ “ກະຕຸ້ນການມີສ່ວນຮ່ວມ” ໄດ້ເຊື່ອມໂຍງພຶດຕິກຳທີ່ເບິ່ງເຫັນໄດ້, ສິ່ງທີ່ຄົນເວົ້າ ແລະ ສິ່ງທີ່ປະຕິບັດ, ກັບທັດສະນະຄະຕິທີ່ເລິກເຊິ່ງກວ່າເກົ່າ, ມາດຕະຖານທາງສັງຄົມ ແລະ ສົມມຸດຕິຖານທີ່ຂັບເຄື່ອນປັດໄຈດັ່ງກ່າວ.

