ສສ ຫວຽດນາມ ຊ່ວຍເຫຼືອລ້າ 50 ຕື້ດົງ ກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມ ຢູ່ ແຂວງຫຼວງພະບາງ

ສສ ຫວຽດນາມ ຊ່ວຍເຫຼືອລ້າ 50 ຕື້ດົງ ກໍ່ສ້າງໂຮງຮຽນສາມັນວິຊາຊີບແບບປະສົມ ຢູ່ ແຂວງຫຼວງພະບາງ

ແຂວງ ກວາງນິງ ສສ ຫວຽດນາມ ໄດ້ຊ່ວຍເຫຼືອ ໂຄງການກໍ່ສ້າງ ໂຮງຮຽນສາມັນວິຊາຊີບແບບປະສົມ ວັງເງິນ ຢູ່ ແຂວງ ຫຼວງພະບາງ.

ການນຳແຂວງຫຼວງພະບາງ ແລະ ແຂວງກວາງນິງ ໄດ້ຮ່ວມກັນຈັດ ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງຮຽນແຫ່ງໃໝ່ ໃນວັນທີ 20 ເມສາ.

ໃນພິທີເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ຫວູ້ ງ໊ອກ ລີ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ ແຂວງ ຫຼວງພະບາງ.

ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີຄຳເຫັນວ່າ: ສົກຮຽນ 2025-2026 ທົ່ວແຂວງມີໂຮງຮຽນທັງພາກລັດ ແລະ ເອກະຊົນທັງໝົດ 1,034 ແຫ່ງ.

ສະເພາະໂຮງຮຽນປະຖົມວັງເງິນ ໄດ້ສ້າງຂຶ້ນໃນສົກຮຽນ 2018-2019, ປັດຈຸບັນມີຄູອະນຸບານ ແລະ ປະຖົມ ທັງໝົດ 10 ຄົນ, ຍິງ 9 ຄົນ, ມີນັກຮຽນ ອະນຸບານ ແລະ ປະຖົມ 280 ຄົນ, ຍິງ 113 ຄົນ. 

ໂຄງການກໍ່ສ້າງໂຮງຮຽນເລີ່ມລົງມືກໍ່ສ້າງໃນວັນທີ 23 ມີນາ, ຊຶ່ງຈະໃຊ້ເວລາທັງໝົດ 24 ເດືອນ ຫຼື ໃຫ້ສໍາເລັດ ແລະ ມອບຮັບໂຄງການໃນເດືອນມີນາ 2028.

ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຂອງແຂວງກວາງນິງ ສສ ຫວຽດນາມ ຈໍານວນ 50 ຕື້ດົງ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ການນຳ ແຂວງ ກວາງນິງ ທີ່ໄດ້ຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງ ວຽກງານການສຶກສາຕະຫຼອດມາ ອັນໄດ້ເຮັດໃຫ້ມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ຂອງສອງຊາດລາວ-ຫວຽດນາມ, ກໍຄື ແຂວງ ຫຼວງພະບາງ ກັບ ແຂວງ ກວາງນິງ.

ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມມືກັນສົ່ງເສີມສະໜັບສະໜູນໂຄງການກໍ່ສ້າງ ໃຫ້ສໍາເລັດຕາມແຜນທີ່ວາງໄວ້, ທັງພັດທະນາໂຮງຮຽນສາມັນວິຊາຊີບ ໃຫ້ເປັນໄປຕາມລະບົບຄົບຊຸດ, ຮັບປະກັນຄຸນນະພາບ ແລະ ຍືນຍົງ.

Related Articles

Leave a Reply