UNDP ປະຈຳລາວ ແລະ ສານປະຊາຊົນ ສູງສຸດ ຮ່ວມກັນສົ່ງເສີມສ້າງຄວາມເຂັ້ມແຂງ 

UNDP ປະຈຳລາວ ແລະ ສານປະຊາຊົນ ສູງສຸດ ຮ່ວມກັນສົ່ງເສີມສ້າງຄວາມເຂັ້ມແຂງ 

ໃຫ້ແກ່ຜູ້ພິພາກສາຍິງ

ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ລາວ ແລະ ສານປະຊາຊົນສູງສຸດ ໄດ້ຮ່ວມກັນຈັດງານເວທີສົນທະນາປຶກສາຫາລືກັບຜູ້ພິພາກສາຍິງ, ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ຮ່ວມກັນລະຫວ່າງ​ຜູ້​ພິພາກສາ​ທີ່​ມີ​ປະສົບ​ການ​ກັບ​ນັກ​ຊ່ຽວຊານ​ດ້ານ​ກົດໝາຍ​ລຸ້ນ​ໃໝ່.

ງານດັ່ງກ່າວໄດ້ເຕົ້າໂຮມເອົາຜູ້ພິພາກສາອາວຸໂສ, ຜູ້ພິພາກສາໜຸ່ມ, ຜູ້ຝຶກງານ ແລະ ນັກສຶກສາມະຫາວິທະຍາໄລ ເພື່ອສ້າງເປັນເວທີສຳລັບການແລກປ່ຽນຄວາມຄິດເຫັນ ຜ່ານການນໍາສະເໜີ, ເວທີສົນທະນາ ແລະ ການຖາມ–ຕອບ ເພື່ອທົບທວນຄືນບົດບາດຂອງການນໍາພາຂອງແມ່ຍິງ ໃນການເສີມສ້າງການເຂົ້າເຖິງຄວາມຍຸຕິທໍາ, ສົ່ງເສີມດ້ານວິຊາການ ແລະ ສ້າງຄວາມເຊື່ອໝັ້ນຕໍ່ລະບົບຕຸລາການ ຊຶ່ງກົງກັບຫົວຂໍ້ຂອງວັນແມ່ຍິງສາກົນປະຈໍາປີນີ້: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດ”.

ນອກຈາກນັ້ນ, ກິດຈະກໍາຍັງໄດ້ເນັ້ນໃຫ້ເຫັນເຖິງການຮ່ວມມືລະຫວ່າງ UNDP ແລະ ສານປະຊາຊົນສູງສຸດ ເຊັ່ນ: ການຝຶກອົບຮົມດ້ານການພິພາກສາທີ່ຄໍານຶງເຖິງເພດ, ການຕິດຕາມຜົນຈາກການກວດສອບດ້ານເພດປີ 2024, ການພັດທະນາແຜນປະຕິບັດການດ້ານເພດ ແລະ ການຈັດຕັ້ງເຄືອຂ່າຍຜູ້ພິພາກສາຍິງ.

ເວທີສົນທະນາປຶກສາຫາລືກັບຜູ້ພິພາກສາຍິງ ຈັດຂື້ນໃນວັນທີ 29 ເມສາ, ໃຫ້ກຽດກ່າວເປີດງານໂດຍ ທ່ານ ໄຊສົມພອນ ເພັດສົມພູ, ຫົວຫນ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ຂອງສານປະຊາຊົນສູງສຸດ ແລະ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການ UNDP ປະຈຳ ລາວ.

ທ່ານ ໄຊສົມພອນ ເພັດສົມພູ ກ່າວວ່າ: ສານປະຊາຊົນສູງສຸດ ໃຫ້ຄວາມສຳຄັນຕໍ່ການ​ເສີມ​ຂະຫຍາຍ​ວິຊາການ​ຕຸລາການ, ການພັດທະນາ​ຄວາມເປັນຜູ້ນຳ ແລະ ປະສິດທິ​ຜົນ​ ໃຫ້ສອດຄ່ອງ​ກັບ​ແຜນການ​ພັດທະນາ​ປີ 2026-2030.

ສານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຕາມ​ແຜນການ ​ເພື່ອ​ຮັບປະກັນ​ວ່າ ການ​ປະຕິ​ຮູບ​ດ້ານ​ຕຸລາການ ​ແລະ ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ ຈະຖືກນຳໄປ​ປະຕິບັດຕົວຈິງ​ທົ່ວທັງ​ລະບົບ​ສານ.

Related Articles

Leave a Reply