ໃຫ້ແກ່ຜູ້ພິພາກສາຍິງ
ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ລາວ ແລະ ສານປະຊາຊົນສູງສຸດ ໄດ້ຮ່ວມກັນຈັດງານເວທີສົນທະນາປຶກສາຫາລືກັບຜູ້ພິພາກສາຍິງ, ເພື່ອຊຸກຍູ້ການແລກປ່ຽນຮ່ວມກັນລະຫວ່າງຜູ້ພິພາກສາທີ່ມີປະສົບການກັບນັກຊ່ຽວຊານດ້ານກົດໝາຍລຸ້ນໃໝ່.
ງານດັ່ງກ່າວໄດ້ເຕົ້າໂຮມເອົາຜູ້ພິພາກສາອາວຸໂສ, ຜູ້ພິພາກສາໜຸ່ມ, ຜູ້ຝຶກງານ ແລະ ນັກສຶກສາມະຫາວິທະຍາໄລ ເພື່ອສ້າງເປັນເວທີສຳລັບການແລກປ່ຽນຄວາມຄິດເຫັນ ຜ່ານການນໍາສະເໜີ, ເວທີສົນທະນາ ແລະ ການຖາມ–ຕອບ ເພື່ອທົບທວນຄືນບົດບາດຂອງການນໍາພາຂອງແມ່ຍິງ ໃນການເສີມສ້າງການເຂົ້າເຖິງຄວາມຍຸຕິທໍາ, ສົ່ງເສີມດ້ານວິຊາການ ແລະ ສ້າງຄວາມເຊື່ອໝັ້ນຕໍ່ລະບົບຕຸລາການ ຊຶ່ງກົງກັບຫົວຂໍ້ຂອງວັນແມ່ຍິງສາກົນປະຈໍາປີນີ້: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດ”.
ນອກຈາກນັ້ນ, ກິດຈະກໍາຍັງໄດ້ເນັ້ນໃຫ້ເຫັນເຖິງການຮ່ວມມືລະຫວ່າງ UNDP ແລະ ສານປະຊາຊົນສູງສຸດ ເຊັ່ນ: ການຝຶກອົບຮົມດ້ານການພິພາກສາທີ່ຄໍານຶງເຖິງເພດ, ການຕິດຕາມຜົນຈາກການກວດສອບດ້ານເພດປີ 2024, ການພັດທະນາແຜນປະຕິບັດການດ້ານເພດ ແລະ ການຈັດຕັ້ງເຄືອຂ່າຍຜູ້ພິພາກສາຍິງ.
ເວທີສົນທະນາປຶກສາຫາລືກັບຜູ້ພິພາກສາຍິງ ຈັດຂື້ນໃນວັນທີ 29 ເມສາ, ໃຫ້ກຽດກ່າວເປີດງານໂດຍ ທ່ານ ໄຊສົມພອນ ເພັດສົມພູ, ຫົວຫນ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ຂອງສານປະຊາຊົນສູງສຸດ ແລະ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການ UNDP ປະຈຳ ລາວ.
ທ່ານ ໄຊສົມພອນ ເພັດສົມພູ ກ່າວວ່າ: ສານປະຊາຊົນສູງສຸດ ໃຫ້ຄວາມສຳຄັນຕໍ່ການເສີມຂະຫຍາຍວິຊາການຕຸລາການ, ການພັດທະນາຄວາມເປັນຜູ້ນຳ ແລະ ປະສິດທິຜົນ ໃຫ້ສອດຄ່ອງກັບແຜນການພັດທະນາປີ 2026-2030.
ສານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມແຜນການ ເພື່ອຮັບປະກັນວ່າ ການປະຕິຮູບດ້ານຕຸລາການ ແລະ ຄວາມສະເໝີພາບຍິງ-ຊາຍ ຈະຖືກນຳໄປປະຕິບັດຕົວຈິງທົ່ວທັງລະບົບສານ.

