ເຂື່ອນໄຟຟ້ານໍ້າງາວ ຈະເລີ່ມຜະລິດໄຟຟ້າຂາຍໃນປີ 2027

ເຂື່ອນໄຟຟ້ານໍ້າງາວ ຈະເລີ່ມຜະລິດໄຟຟ້າຂາຍໃນປີ 2027

ເຂື່ອນໄຟຟ້ານໍ້າງາວຢູ່ເຂດບ້ານນໍ້າແສນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຈະເລີ່ມຜະລິດໄຟຟ້າຂາຍໃນປີ 2027 ຊຶ່ງປັດຈຸບັນການກໍ່ສ້າງ ສຳເລັດແລ້ວຫຼາຍກວ່າ 61%.

ເຂື່ອນໄຟຟ້ານໍ້າງາວມີກໍາລັງຕິດຕັ້ງ 15 ເມກາວັດ, ມີພະລັງງານຜະລິດໄດ້ປະມານ 75 GWh/ ປີ, ເປັນເຂື່ອນເບຕົງເສີມເຫຼັກ (CFRD) ມີຄວາມສູງ 43 ແມັດ ສັນເຂື່ອນຍາວ 247.5 ແມັດ, ເນື້ອທີ່ອ່າງກັກເກັບນໍ້າ 1,428 ກີໂລຕາແມັດ.

ການກໍ່ສ້າງຈະໃຊ້ເວລາ 36 ເດືອນ, ມູນຄ່າການກໍ່ສ້າງ 32 ລ້ານໂດລາສະຫະລັດໂດຍການລົງທຶນ ຂອງບໍລິສັດ ເຮືອງປະເສີດ ໄຮໂດຣພາວເວີ ຈຳກັດຜູ້ດຽວ.

ທີ່ມາແຫຼ່ງຂໍ້ມູນ: ເງິນຫຼົງ ຈິດພູວົງ

Related Articles

Leave a Reply