ເຈົ້າໜ້າທີ່ກົມຕໍາຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງ ປກສ ຮ່ວມກັບສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນໄດ້ມອບ-ຮັບຕົວພວກຖືກຫາທີ່ເປັນຄົນສັນຊາດຈີນຈໍານວນ 485 ຄົນ (ຍິງ 30 ຄົນ) ເມື່ອມໍ່ໆມານີ້ ທີ່ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ສປປ ລາວ ໄປດໍາເນີນຄະດີຕາມລະບຽບກົດໝາຍຢູ່ປະເທດຈີນ, ໃນຂໍ້ຫາກໍ່ອາຊະກໍາທາງລະ ບົບໂທລະຄົມ ຫຼື ຄໍເຊັນເຕີ, ໃຫ້ບໍລິການການພະນັນອອນລາຍ, ເຂົ້າ-ອອກເມືອງຜິດກົດໝາຍ, ເຮັດວຽກບໍ່ຖືກເປົ້າໝາຍຕາມທີ່ທາງການກໍານົດ, ດຳເນີນທຸລະກິດ ປະກອບອາຊີບໂດຍບໍ່ໄດ້ຮັບອະນຸຍາດ ແລະ ມີເຈດຕະນາລີ້ຊ່ອນຢູ່ ສປປ ລາວ.
ກຸ່ມແກ້ງດັ່ງກ່າວ, ຖືກກັກຕົວໃນວັນທີ 6 ພຶດສະພາ 2026 ຈາກເຫດການທີ່ເຈົ້າໜ້າທີ່ຕໍາຫຼວດກະຊວງ ປກສ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີຢູ່ 7 ຈຸດເປົ້າໝາຍ (ຣີສອດ, ໂຮງແຮມ ແລະ ເຮືອນພັກ) ຢູ່ແຂວງສະຫວັນນະເຂດ ຊຶ່ງພົບເຫັນຄົນຕ່າງປະເທດ 605 ຄົນ ຍິງ 81 ຄົນ, ມີ 8 ສັນຊາດຄື: ສັນຊາດຈີນ, ໄທ, ກຳປູເຈຍ, ມຽນມາ, ຫວຽດນາມ, ໄຕ້ຫວັນ, ມາເລເຊຍ ແລະ ສັນ ຊາດເກົາຫຼີໃຕ້ ພ້ອມດ້ວຍເຄື່ອງຂອງກາງເພື່ອກໍ່ການກະທໍາຜິດຈໍານວນຫຼາຍລາຍການ.
ຕະຫຼອດໄລຍະຜ່ານມາ, ລັດຖະບານ ສປປ ລາວ ກໍຄື ກະຊວງ ປກສ ແລະ ໜ່ວຍງານທີ່ກ່ຽວຂ້ອງໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂຢ່າງຈິງຈັງ ຕໍ່ກັບບັນຫາອາຊະຍາກໍາທາງໂທລະຄົມຢ່າງເດັດຂາດ.
ທີ່ມາແຫຼ່ງຂໍ້ມູນຂ່າວ: ກົມສື່ມວນຊົນ ປກສ

