ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ທໍາລາຍສິນຄ້າອຸປະໂພກ-ບໍລິໂພກ ທີ່ໝົດອາຍຸ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ ເມື່ອມໍ່ໆມານີ້ ລວມທັງໝົດ 49 ລາຍການ ເພາະສິນຄ້າດັ່ງກ່າວເປັນອັນຕະລາຍຕໍ່ສຸຂະພາບ ຫຼື ຮ້າຍແຮງອາດເຖິງຂັ້ນເສຍຊີວິດ.
ທ່ານ ທອງຂັນ ແພງຄໍາມີ ຫົວໜ້າຂະແໜງການຄ້າພາຍໃນ ແລະ ຕ່າງປະເທດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ກ່າວໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າແຂວງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລີ່ມແຕ່ເດືອນມີນາ-ວັນທີ 5 ພຶດສະພາ 2026 ສາມາດກວດກາຮ້ານຂາຍເຄື່ອງຍົກ-ຂາຍຍ່ອຍ, ກວດກາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ຂອງຊາວຈີນ, ຫວຽດນາມ ແລະ ຄົນລາວ ໄດ້ທັງໝົດ 97 ຮ້ານ, ພົບເຫັນສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າອື່ນໆ ໄດ້ທັງໝົດ 49 ລາຍການ ລວມມີ ສິນຄ້າປະເພດສະບຽງອາຫານ, ເຂົ້າໜົມ, ໝີ່ສໍາເລັດຮູບ, ເຄື່ອງສໍາອາງ, ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ທີ່ໝົດອາຍຸ ຫຼື ບໍ່ມີເອກະສານການນໍາເຂົ້າຖືກຕ້ອງຕາມລະບຽບກົດໝາຍ ລວມມູນຄ່າຂອງສິນຄ້າທັງໝົດ 100 ລ້ານກວ່າກີບ. ສະເພາະເຈົ້າຂອງສິນຄ້າດັ່ງກ່າວເຈົ້າໜ້າທີ່ໄດ້ເຮັດບົດບັນທຶກສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຜູ້ທີ່ລະເມີດຕໍ່ລະບຽບ ແລະ ກົດໝາຍ.
ແຫຼ່ງຂໍ້ມູນຂ່າວຈາກ ແຂວງໄຊສົມບູນ

