ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງອັດຕະປື ອະນຸຍາດໃຫ້ 6 ບໍລິສັດເອກະຊົນ: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ວັນຊະນະ ກະສິກຳ ແລະ ກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ວຽງສະໄໝພັດທະນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ແລະ ບໍລິສັດ ແສງໄຊ ຂາເຂົ້າ-ຂາອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ສຳປະທານໂຄງການຟື້ນຟູປ່າ ດ້ວຍການປູກໄມ້ໃຫ້ໝາກ (ຖົ່ວລຽນ) ເປັນສິນຄ້າ ໃນເນື້ອທີ່ດິນ 528,02 ເຮັກຕາ ຢູ່ເຂດບ້ານແບ່ງວີໄລ ແລະ ບ້ານພອນມະນີ ເມືອງສະໜາມໄຊ ແຂວງອັດຕະປື.
ຈຸດປະສົງໂຄງການດັ່ງກ່າວ ເພື່ອຟື້ນຟູເນື້ອທີ່ປ່າເສື່ອມໂຊມ ໃຫ້ມີຄວາມຂຽວງາມຄືນໃໝ່, ໂດຍຫັນມາປູກໄມ້ໃຫ້ໝາກທີ່ມີມູນຄ່າທາງເສດຖະກິດສູງ ເປັນຕົ້ນ ຖົ່ວລຽນ ເພື່ອສ້າງເປັນສິນຄ້າສົ່ງອອກ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງເມືອງສະໜາມໄຊ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມ ຂອງແຂວງອັດຕະປື ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ຕາມທິດທາງການພັດທະນາກະສິກຳເປັນສິນຄ້າທີ່ທັນສະໄໝ ແລະ ຍືນຍົງ.
ພິທີເຊັນສັນຍາສຳປະທານໂຄງການ ດັ່ງກ່າວນີ້ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ຜ່ານມານີ້ ທີ່ແຂວງອັດຕະປື ໂດຍການລົງນາມຮ່ວມມືກັນ ລະຫວ່າງ ຫ້ອງການຄະນະສົ່ງເສີມການລົງທຶນແຂວງ (ຕາງໜ້າໃຫ້ພາກລັດ) ແລະ 6 ບໍລິສັດເອກະຊົນ, ໂດຍມີທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການດຳເນີນໂຄງການນີ້ ມີອາຍຸສໍາປະທານ 30 ປີ ໂດຍຈະນໍາໃຊ້ເນື້ອທີ່ດິນທັງໝົດ 528,02 ເຮັກຕາ ສໍາປະທານໃນເຂດ 2 ບ້ານເປົ້າໝາຍ, ໃນນັ້ນ ເຂດບ້ານພອນມະນີ ມີເນື້ອທີ່ 343,23 ເຮັກຕາ ຈະມີ 4 ບໍລິສັດສຳປະທານ ຄື: ບໍລິສັດ ແສງຄໍາ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 85,63 ເຮັກຕາ, ບໍລິສັດ ເມກມູນຄໍາ ຂາເຂົ້າ-ຂາອອກ ແລະ ກະສິກຳຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານ ໃນເນື້ອທີ່ 84,12 ເຮັກຕາ, ບໍລິສັດ ວັນຊະນະ ກະສິກຳ ແລະ ກໍ່ສ້າງ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 78,14 ເຮັກຕາ, ບໍລິສັດ ວຽງສະໄໝພັດທະນາກະສິກຳ ແລະ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 95,34 ເຮັກຕາ.
ສ່ວນເຂດ ບ້ານແບ່ງວິໄລ ມີໃນເນື້ອທີ່ 184,79 ເຮັກຕາ ມີ 2 ບໍລິສັດ ຄື: ບໍລິສັດ ແສງອາລຸນ ຂາເຂົ້າ-ຂາອອກ ກະສິກຳ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 87,69 ເຮັກຕາ, ບໍລິສັດ ແສງໄຊ ຂາເຂົ້າ-ຂາອອກ ແລະ ກະສິກຳ ຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຮັບສໍາປະທານໃນເນື້ອທີ່ 97,1 ເຮັກຕາ.
ແຫຼ່ງຂ່າວ: ແຂວງອັດຕະປື

